CMG ເຊັນເອກະສານຮ່ວມມືກັບໂທລະພາບແຫ່ງຊາດຫວຽດນາມ ແລະ ຫຼາຍອົງການຂອງຫວຽດນາມ

CRI, April 23, 2025
Size:

ເນື່ອງໃນໂອກາດທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນຢ້ຽມຢາມຫວຽດນາມ, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຊັນເອກະສານຮ່ວມມືກັບໂທລະພາບແຫ່ງຊາດຫວຽດນາມ ແລະ ຫຼາຍອົງການຂອງຫວຽດນາມ. 

ອີງຕາມເອກະສານດັ່ງກ່າວ, CMG ຈະສ້າງກົນໄກຮ່ວມມືຢ່າງເປັນປົກກະຕິກັບຫຼາຍອົງການຂອງຫວຽດນາມ, ເປີດກວ້າງການຮ່ວມມືຕື່ມອີກໃນດ້ານການແລກປ່ຽນຂໍ້ມູນ, ການຮ່ວມກັນຜະລິດລາຍການ, ຮ່ວມກັນຈັດກິດຈະກຳ, ແລະ ການແລກປ່ຽນຢ້ຽມຢາມລະຫວ່າງບຸກຄະລາກອນເປັນຕົ້ນ.