ປະເທດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວມກັນສ້າງຕັ້ງເວທີຮ່ວມມືດ້ານການຄົ້ນຄວ້າ ແລະ ການອະນຸຮັກຊ້າງອາຊີ

lmcchina.org, April 23, 2025
Size:

ໃນລະຫວ່າງ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM” ຄັ້ງທີ 8, ກອງປະຊຸມສຳມະນາກ່ຽວກັບເຕັກນິກ ແລະ ຮູບແບບການຄຸ້ມຄອງ ເພື່ອສົ່ງເສີມການຢູ່ຮ່ວມກັນຢ່າງປອງດອງລະຫວ່າງມະນຸດ ກັບ ຊ້າງຢູ່ທີ່ນະຄອນຄຸນໝິງ ແຂວງຢູນນານ. ໃນກອງປະຊຸມຄັ້ງນີ້, ຜູ້ແທນຈາກ ສປ ຈີນ, ກຳປູເຈຍ, ສປປ ລາວ ແລະ ປະເທດອື່ນໆໄດ້ຮ່ວມກັນລິເລີ່ມສ້າງຕັ້ງເວທີຮ່ວມມືດ້ານການຄົ້ນຄວ້າ ແລະ ການອະນຸຮັກຊ້າງອາຊີລະຫວ່າງປະເທດ LM ແນໃສ່ເພີ່ມທະວີການຄົ້ນຄວ້າແບບຮ່ວມມືກັນໃນລະດັບພາກພື້ນອີກບາດກ້າວໜຶ່ງ, ສ້າງຜົນການຄົ້ນຄວ້າທີ່ມີອິດທິພົນ ເພື່ອເປັນການຄ້ຳປະກັນທີ່ແຂງແຮງໃຫ້ແກ່ການອະນຸຮັກກຸ່ມຊ້າງອາຊີ.

6 ປະເທດ LM ເປັນປະເທດສຳຄັນທີ່ມີຊ້າງອາຊີອາໄສຢູ່ ຊື່ງມີຊ້າງປ່າປະມານ 6.400-7.900 ໂຕ, ກວມເອົາ 15%-20% ຂອງຊ້າງປ່າຢູ່ໃນໂລກ. ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນ, ນັກວິຊາການ ແລະ ຊ່ຽວຊານຈາກປະເທດໃນພາກພື້ນ LM ລວມທັງ ສປ ຈີນ, ກຳປູເຈຍ ແລະ ສປປ ລາວ ເປັນຕົ້ນ ໄດ້ມີການແລກປ່ຽນຄຳຄິດເຫັນນໍາກັນຢ່າງຟົດຟຶ້ນ ແລະ ບັນລຸຄວາມເຫັນເປັນເອກະພາບກັນຢ່າງຕັ້ງໜ້າ ໂດຍປິ່ນອ້ອມຫົວຂໍ້ “ການອະນຸຮັກຊ້າງອາຊີ ແລະ ການພັດທະນາແບບຍືນຍົງຂອງເຂດຊຸມຊົນຢູ່ພາກພື້ນ LM”. ໃນບາດກ້າວຕໍ່ໄປ, ປະເທດ LM ຈະເພີ່ມທະວີການແບ່ງປັນເຕັກນິກ, ການສ້າງຂີດຄວາມສາມາດ ແລະ ການປະສານງານດ້ານນະໂຍບາຍໃນຂົງເຂດການອະນຸຮັກຊ້າງອາຊີ, ສົ່ງເສີມການສ້າງກົນໄກ ປະສານງານທີ່ໝັ້ນຄົງໃນໄລຍະຍາວ, ຮ່ວມກັນຊອກຄົ້ນເຕັກນິກ ແລະ ຮູບແບບການຄຸ້ມຄອງທີ່ລອກແບບໄດ້ ແລະ ສາມາດເຜີຍແຜ່ໃນວົງກວ້າງໄດ້ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນພາກພື້ນທີ່ມະນຸດ ແລະ ຊ້າງຢູ່ຮ່ວມກັນຢ່າງປອງດອງ.

ໃນຊຸມປີຜ່ານມາ, ຈີນໄດ້ເພີ່ມທະວີການປົກປັກຮັກສາຊ້າງອາຊີຢ່າງຕໍ່ເນື່ອງ, ເພີ່ມທະວີການຮັບປະກັນດ້ານນະໂຍບາຍ ແລະ ການລົງທຶນ, ຕັ້ງໜ້າດຳເນີນວຽກງານປົກປັັກຮັກສາ ແລະ ການຟື້ນຟູເຂດຢູ່ອາໄສຂອງຊ້າງ ກໍຄື ການສ້າງເສັ້ນທາງລະບົບນິເວດ, ຊຸກຍູ້ການສ້າງສວນສາທາລະນະຊ້າງອາຊີແຫ່ງຊາດຢ່າງໝັ້ນທ່ຽງ, ເພີ່ມທະວີການຕິດຕາມ ແລະ ແຈ້ງເຕືອນກ່ຽວກັບກຸ່ມຊ້າງ ເພື່ອຮັບປະກັນໃຫ້ຈຳນວນຊ້າງປ່າມີທ່າອ່ຽງເພີ່ມຂຶ້ນ. ປັດຈຸບັນ, ຊ້າງປ່າອາຊີ ຂອງຈີນມີຈຳນວນເພີ່ມຂຶ້ນເຖິງ 300 ກວ່າໂຕ.