Let’s Go, GZ!ກິດ​ຈະ​ກຳ​ເພື່ອ​ສ​າ​ທາ​ລ​ະ​ນະ​ປະ​ໂຫຍດ​​ຂອງຊາວ​ໜຸ່ມ​ແມ່ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​ຈີນ

lmcchina.org, April 22, 2025
Size:

ເມື່ອບໍ່ດົນມານີ້, ກິດຈະກຳເພື່ອສາທາລະນະປະໂຫຍດຂອງຊາວໜຸ່ມ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພາຍໃຕ້ຫົວຂໍ້ Let's GO, GZກວາງໂຈ່ວທີ່ມີມົນສະເໜ່ ໄດ້ຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຈີນ. ຄູອາຈານ ແລະ ນັກຮຽນ-ນັກສຶກສາຊາວໜຸ່ມເກືອບ 40 ຄົນທີ່ມາຈາກລາວ, ໄທ, ຫວຽດນາມ ແລະອື່ນໆໄດ້ເດີນທາງໄປທັດສະນະສຶກສາຢູ່ຫໍພິພິທະພັນ 13 ຂະແໜງການກວາງໂຈ່ວ, ສູນສິລະປະເຂດອ່າວໃຫຍ່ໄບເອີຖານ ແລະອື່ນໆ, ເຊິ່ງໄດ້ເພີ່ມຄວາມເຂົ້າໃຈ ແລະ ຄວາມເຫັນດີຕໍ່ວັດທະນະທຳກວາງໂຈ່ວ.

ນາງ ຟານເຢວຢິງ ນັກສຶກສາຫວຽດນາມ ທີ່ຮຽນຢູ່ມະຫາວິທະຍາໄລພາສາຕ່າງປະເທດ ແລະ ການຄ້າກັບຕ່າງປະເທດກວາງຕຸ້ງເວົ້າວ່າ: “ທຸກສະຖານທີ່ ທີ່ໄດ້ໄປທັດສະນະສຶກສາໃນມື້ນີ້ ລ້ວນແຕ່ໜ້າສົນໃຈຫຼາຍ. ໂດຍສະເພາະແມ່ນຫຼັງຈາກຮັບຮູ້ວັດຖຸບູຮານ ພ້ອມດ້ວຍເລື່ອງລາວຂອງມັນແລ້ວ, ທັງໝົດເຫຼົ່ານີ້ແມ່ນຄວາມຮູ້ທີ່ບໍ່ເຄີຍອ່ານເຫັນຢູ່ໃນປຶ້ມມາກ່ອນ. ການຮຽນພາສາຈີນ ບໍ່ພຽງແຕ່ຮຽນໂຄງສ້າງຂອງປະໂຫຍກ ແລະ ໂອ້ລົມກັນເທົ່ານັ້ນ, ຫາກຍັງຄວນເພີ່ມຄວາມຮັບຮູ້ຕໍ່ປະເທດຈີນ ແລະ ນະຄອນກວາງໂຈ່ວທີ່ພວກເຮົາດຳລົງຊີວິດຢູ່.

 

ວັນທີ 17 ຫາ 23 ມີນາ 2025 ເປັນ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄັ້ງທີ 8, ໃນຈຳນວນຊາວໜຸ່ມປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້, ມີນັກສຶກສາລາວທີ່ໄປຮຽນເຕັກໂນໂລຊີທາງລົດໄຟຢູ່ນະຄອນກວາງໂຈ່ວເພື່ອເຂົ້າຮ່ວມການກໍ່ສ້າງທາງລົດໄຟລາວ-ຈີນ, ຍັງມີນັກສຶກສາຫວຽດນາມທີ່ຮຽນພາສາຈີນ ໂດຍຫວັງຢາກສອນພາສາຈີນ ແລະ ວັດທະນະທຳຈີນຫຼັງຈາກກັບຄືນປະເທດຕົນ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອໃຫ້ນັກສຶກສາຕ່າງປະເທດທີ່ຮຽນຢູ່ຈີນຮັບຮູ້ວັດທະນະທຳຂອງນະຄອນກວາງໂຈ່ວໄດ້ຫຼາຍກວ່າເກົ່າ ເຊື່ອມໂຍງເຂົ້າໃນຊີວິດການເປັນຢູ່ຂອງນະຄອນກວາງໂຈ່ວ, ສ້າງຂົວຕໍ່, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ມິດຕະພາບ ແລະ ການເຊື່ອມໂຍງວັດທະນະທຳຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.