ທ່ານສີຈິ້ນຜິງຂຽນບົດຄວາມລົງສື່ມວນຊົນກຳປູເຈຍ

CRI, April 22, 2025
Size:

ວັນທີ 17 ເມສານີ້, ເນື່ອງໃນໂອກາດທີ່ເດີນທາງໄປນະຄອນຫຼວງພະນົມເປັນ ແລະ ຢ້ຽມຢາມກຳປູເຈຍທາງລັດຖະກິດ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ຂຽນບົດຄວາມພາຍໃຕ້ຫົວຂໍ້ “ສະໜັບສະໜູນເຊິ່ງກັນແລະກັນ ຊຸກຍູ້ການສ້າງການພົວພັນຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ໃຫ້ມີຄວາມໜັກແໜ້ນ ແລະ ຖາວອນ” ລົງສື່ມວນຊົນກຳປູເຈຍ.

ບົດຄວາມລະບຸວ່າ: ໃນຖານະເປັນປະເທດສະມາຊິກສຳຄັນຂອງຄອບຄົວໃຫຍ່ອາຊີ, ຈີນ ແລະ ກຳປູເຈຍຕ້ອງອີງຕາມກະແສປະຫວັດສາດ, ຕອບສະໜອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ສະໜັບສະໜູນເຊິ່ງກັນແລະກັນ, ເປັນຜູ້ນຳໜ້າ ແລະ ເປັນແບບຢ່າງໃນການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ຊຸກຍູ້ການສ້າງການພົວພັນຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ໃຫ້ມີຄວາມໜັກແໜ້ນ ແລະ ຖາວອນ.

ບົດຄວາມຊີ້ອອກວ່າ: ສອງຝ່າຍຕ້ອງລົງເລິກຄວາມເຊື່ອໝັ້ນດ້ານການເມືອງທີ່ມີລະດັບສູງກວ່າເກົ່າ, ເປີດກວ້າງການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີຄຸນນະພາບສູງກວ່າເກົ່າ, ຮັດແໜ້ນການຄ້ຳປະກັນດ້ານຄວາມໝັ້ນຄົງທີ່ມີລະດັບສູງກວ່າເກົ່າ, ດຳເນີນການແລກປ່ຽນດ້ານວັດທະນະທຳໃຫ້ຫຼາຍກວ່າເກົ່າ, ເພີ່ມທະວີການປະສານງານທາງຍຸດທະສາດຕາມມາດຕະຖານສູງກວ່າເກົ່າ. ຈີນຍິນດີຮ່ວມກັບກຳປູເຈຍ, ຮ່ວມກັນຮັກສາສັນຕິພາບ, ຮ່ວມກັນສະແຫວງຫາການພັດທະນາ ແລະ ຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ, ຊຸກຍູ້ການສ້າງການພົວພັນຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ຢ່າງໜັກແໜ້ນ ເພື່ອສ້າງຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນໃຫ້ແກ່ສະຖານະການໂລກທີ່ເຕັມໄປດ້ວຍການປ່ຽນແປງຢ່າງສະຫຼັບສັບຊ້ອນ.