ຕອນບ່າຍວັນທີ 17 ເມສານີ້, ຢູ່ນະຄອນຫຼວງພະນົມເປັນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນເຊນ ປະທານພັກປະຊາຊົນ ປະທານສະພາສູງກຳປູເຈຍ.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນເຊື່ອໝັ້ນວ່າ ການພັດທະນາ ແລະ ການສ້າງຄວາມຈະເລີນຮຸ່ງເຮືອງຂອງກຳປູເຈຍຈະມີອະນາຄົດທີ່ນັບມື້ນັບກວ້າງຂວາງກວ່າເກົ່າ, ຈີນຈະເຮັດຄືທີ່ເຄີຍປະຕິບັດມາເພື່ອສະໜັບສະໜູນພັກປະຊາຊົນກຳປູເຈຍນຳພາປະຊາຊົນກຳປູເຈຍປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດສຳຄັນໃນເວທີພາກພື້ນ ແລະ ເວທີສາກົນ. ສອງຝ່າຍຄວນປະຕິບັດກົນໄກການສົນທະນາຕາມຍຸດທະສາດ “2+2” ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ທີ່ສ້າງຕັ້ງຂຶ້ນໃໝ່ໃຫ້ດີ, ເພີ່ມທະວີການປະສານງານທາງຍຸດທະສາດ. ຕ້ອງຮັດແໜ້ນການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ດຳເນີນການສ້າງສາ “ແລວທາງພັດທະນາອຸດສາຫະກຳ” ແລະ “ແລວທາງເຂົ້າປາອາຫານ” ຂອງກຳປູເຈຍໃຫ້ດີ, ແລະ ດຳເນີນການຮ່ວມມືໃນຂົງເຂດພະລັງງານ ແລະ ການຄົມມະນາຄົມ, ເຮັດໃຫ້ກຳປູເຈຍຊົມໃຊ້ໂອກາດການພັດທະນາຂອງຈຈີນໄດ້ຫຼາຍກວ່າເກົ່າ.
ທ່ານຮຸນເຊນກ່າວວ່າ: ກຳປູເຈຍຍຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ, ສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ, ບັນຫາທີ່ພົວພັນເຖິງຊິນຈ່ຽງ ແລະ ຊີຈ້າງ ພ້ອມທັງຄັດຄ້ານທຸກອິດທິກຳລັງທີ່ແຊກແຊງວຽກງານພາຍໃນຂອງຈີນ. ກຳປູເຈຍສະແດງຄວາມຊົມເຊີຍຢ່າງສູງຕໍ່ຈີນ ທີ່ໄດ້ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງໂລກ, ສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ 3 ຂໍ້ລິເລີ່ມທົ່ວໂລກ ທີ່ຈີນສະເໜີອອກມາ ເຊິ່ງຈະມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງປະຊາຄົມໂລກ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງໂລກ.