ໂດຍຕອບສະໜອງຕາມຄຳເຊີນຂອງສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ຢ້ຽມຢາມກຳປູເຈຍທາງລັດຖະກິດລະຫວ່າງວັນທີ 17 ຫາ 18 ເມສານີ້.
ໃນໄລຍະຢ້ຽມຢາມ, ສອງຝ່າຍເປັນເອກະພາບກັນເຫນດີເລັ່ງສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃນລະດັບສູງກວ່າເກົ່າ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ມີຄຸນນະພາບສູງກວ່າເກົ່າ, ການຮັບປະກັນຄວາມໝັ້ນຄົງໃນລະດັບສູງກວ່າເກົ່າ, ການແລກປ່ຽນດ້ານວັດທະນະທຳເທື່ອຫຼາຍກວ່າເກົ່າ ແລະ ການປະສານງານດ້ານຍຸດທະສາດທີ່ມີມາດຕະຖານສູງກວ່າເກົ່າ.
ກຳປູເຈຍຕີລາຄາສູງຕໍ່ຂໍ້ເລີ່ມການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຂໍ້ລິເລິ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຂໍ້ລິເລິ່ມການພັດທະນາທົ່ວໂລກ, ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານສີຈິ້ນຜິງ, ເຫັນວ່າສິ່ງນີ້ມີຜົນດີຕໍ່ການປົກປັກຮັກສາຜົນປະໂຫຍດຮ່ວມຂອງມວນມະນຸດ, ສຸມໃສ່ພາລະກິດສັນຕິພາບ ຄວາມເປັນທຳ ແລະ ຄວາມກ້າວໜ້າຂອງປະຊາຊົນທົ່ວໂລກ, ໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາຂອງປະຊາຊົນບັນດາປະເທດເພື່ອຮ່ວມກັນສ້າງໂລກທີ່ດີງາມ. ສອງຝ່າຍຈະອອກແຮງຊຸກຍູ້ຈັດຕັ້ງປະຕິບັດຂໍ້ລິເລີ່ມເຫຼົ່ານີ້ໃຫ້ເປັນຮູບປະທຳ, ປະກອບສ່ວນຢ່າງຕັ້ງໜ້າເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.