ວັນທີ 15 ເມສານີ້,ສປຈີນ ແລະ ສສຫວຽດນາມໄດອອກຖະແຫຼງການຮ່ວມກ່ຽວກັບສາທາລະນະລັດປະຊາຊົນຈີນ ກັບ ສາທາລະນະລັດສັງຄົມນິຍົມຫວຽດນາມລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງຕໍ່ເນື່ອງ ແລະເລັ່ງລັດສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດ.