ທ່ານສີຈິ້ນຜິງພົບປະກັບສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ

CRI, April 19, 2025
Size:

ຕອນບ່າຍວັນທີ 17 ເມສານີ້, ສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ ແລະ ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັນຢູ່ພະລາຊະວັງທີ່ນະ ຄອນຫຼວງພະນົມເປັນ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຈີນທະນຸຖະໜອມມິດຕະພາບລະຫວ່າງຈີນກັບ ພະລາຊະວົງກຳປູເຈຍ, ຈີນຕີລາຄາຢ່າງສູງຕໍ່ພະລາຊະວົງກຳປູເຈຍທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດສ້າງມິດຕະພາບລະຫວ່າງຈີນ-ກຳປູເຈຍໃນຫຼາຍປີຜ່ານມາ. ພາຍໃຕ້ສະຖານະການໃໝ່, ຈີນ ແລະ ກຳປູເຈຍຄວນທະນຸຖະໜອມ ແລະ ສືບທອດມິດຕະພາບອັນແໜ້ນແຟ້ນລະຫວ່າງສອງຝ່າຍ ທີ່ຮ່ວມກັນສ້າງຂຶ້ນໂດຍຜູ້ນຳຈີນຮຸ່ນເກົ່າ ແລະ ອະດີດເຈົ້າຊີວິດໂນໂຣດົມ ສີຫານຸ, ເພີ່ມຕື່ມເນື້ອໃນໃໝ່ເຂົ້າໃນຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່, ຮັບໃຊ້ການພັດທະນາ ແລະ ຄວາມສຸກຂອງປະຊາຊົນໃນປະເທດຕົນ, ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳທີ່ກວມເອົາປະເທດອ້ອມຂ້າງ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ສົມເດັດໂນໂຣດົມ ສີຫາໂມນີກ່າວວ່າ: ມິດຕະພາບລະຫວ່າງກຳປູເຈຍ-ຈີນແມ່ນຮ່ວມກັນສ້າງຂຶ້ນ ແລະ ປູກຝັງໂດຍຜູ້ນຳຮຸ່ນເກົ່າຂອງສອງປະເທດ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ ໄດ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ການສ້າງປະຊາຄົມຮ່ວມຊາຕາກຳໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ກຳປູເຈຍເດັດດ່ຽວເຄົາລົບ ແລະ ປະຕິບັດນະໂຍບາຍປະເທດຈີນດຽວ, ຊົມເຊີຍເປັນຢ່າງສູງຕໍ່ສາມຂໍ້ລິເລີ່ມໃຫຍ່ລະດັບໂລກທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ, ຂອບໃຈນຳການຮ່ວມມືເພື່ອຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງທີ່ໄດ້ນຳເອົາໂອກາດການພັດທະນາທີ່ໃຫຍ່ຫຼວງມາໃຫ້ແກ່ກຳປູເຈຍ.