ວົງການຕ່າງໆຂອງຫວຽດນາມຄອງຄອຍຈີນແລະຫວຽດນາມເກາະແຂນກັນກ້າວໄປໜ້າເພື່ອບັນລຸຜົນງານໃໝ່ຢ່າງບໍ່ຢຸດຢັ້ງ

CRI, April 17, 2025
Size:

ທ່ານສີຈີນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນຢ້ຽມຢາມຫວຽດນາມທາງລັດຖະກິດລະຫວ່າງວັນທີ 14ຫາທີ 15 ເມສານີ້.

ໃນຫຼາຍປີມໍ່ໆມານີ້, ການຮ່ວມມືແບບຕິດແທດຕົວຈິງທີ່ມີຄຸນນະພາບສູງ ແລະ ການແລກປ່ຽນດ້ານວັດທະນະທຳອັນເລິກເຊິ່ງລະຫວ່າງຈີນ ກັບ ຫວຽດນາມດຳເນີນໂດຍບໍ່ຂາດສາຍ. ຈີນຮັກສາການເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຫວຽດນາມມາເປັນເວລາ 20 ກວ່າປີຕິດຕໍ່ກັນ ແລະ ຫວຽດນາມເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງໃນອາຊຽນຂອງຈີນ. ປີນີ້ ສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີ ແລະ ເປັນປີແລກປ່ຽນວັດທະນະທຳຈີນ-ຫວຽດນາມ.

ບຸກຄົນວົງການຕ່າງໆຂອງຫວຽດນາມກ່າວວ່າ: ເຊື່ອວ່າ ການຢ້ຽມຢາມຫວຽດນາມຂອງທ່ານສີຈິ້ນຜິງຄັ້ງນີ້ຈະຊຸກຍູ້ການຮ່ວມມືແບບຕິດແທດຕິວຈິງໃນຂົງເຂດຕ່າງໆຂອງສອງປະເທດໃຫ້ຍົກສູງຄຸນນະພາບ ແລະ ລະດັບ, ພື້ນຖານຄວາມຄິດເຫັນຂອງປະຊາຊົນກ່ຽວກັບການພົວພັນລະຫວ່າງສອງປະເທດຈະໝັ້ນຄົງກວ່າເກົ່າ, ເຂົາເຈົ້າຄອງຄອຍຈີນແລະ ຫວຽດນາມເກາະແຂນກັນກ້າວໄປໜ້າ ເພື່ອບັນລຸຜົນງານໃໝ່ຢ່າງບໍ່ຢຸດຢັ້ງ.