ພິທີເປີດບໍລິການທາງຫຼວງແຫ່ງຊາດ 71C ຂອງກຳປູເຈຍ ທີ່ວິສາຫະກິດຈີນຮັບເໝົາກໍ່ສ້າງ ໄດ້ຈັດຂຶ້ນຢູ່ເມືອງຕະບອງຄະມູມຂອງກຳປູເຈຍ, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ ແລະ ທ່ານວາງເວີນປິ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ເຂົ້າຮ່ວມພິທີ.
ທາງຫຼວງແຫ່ງຊາດ 71C ຂອງກຳປູເຈຍມີຄວາມຍາວທັງໝົດ 114,9 ກິໂລແມັດ, ເປັນພາກສ່ວນສຳຄັນຂອງເຄືອຂ່າຍທາງຫຼວງພາກກາງ ແລະ ພາກຕາເວັນອອກຂອງກຳປູເຈຍ.