ວັນທີ 12 ເມສານີ້, ເຮືອບິນ C909 ລຳທຳອິດ ທີ່ຈີນສົ່ງມອບໃຫ້ສາຍການບິນລາວໄດ້ສຳເລັດການບິນທາງທຸລະກິດເປັນຄັ້ງທຳອິດ ເຊິ່ງແມ່ນເຮືອບິນຈີນໄດ້ບໍລິການຕະຫຼາດຂົນສົ່ງການບິນພົນລະເຮືອນຢູ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ອີກຄັ້ງໜຶ່ງ. ເວລາ 11 ໂມງ 17 ນາທີຂອງວັນດັ່ງກ່າວ, ເຮືອບິນ C909 ໄດ້ເດີນທາງຈາກນະຄອນຫຼວງວຽງຈັນໄປເຖິງເມືອງປາກເຊຢ່າງສຳເລັດຜົນ. ເຮືອບິນ C909 ເປັນເຮືອບິນສາຍຍ່ອຍທີ່ຈີນຄົ້ນຄວ້າຜະລິດເອງ ເຊິ່ງມີໄລຍະບິນປະມານ 2.225 ກິໂລແມັດເຖິງ 3.700 ກິໂລແມັດ. ມາຮອດປັດຈຸບັນ, ເຮືອບິນ C909 ໄດ້ມອບໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດສິບກວ່າອົງການທັງໝົດ 162 ລຳ, ໄດ້ບໍລິການເສັ້ນທາງການບິນ 688 ເສັ້ນ 159 ຕົວເມືອງ.