ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ວັນທີ 11 ເມສານີ້, ກິດຈະກຳອອກອາກາດລາຍການຮູບເງົາ ແລະໂທລະພາບທີ່ດີເດັ່ນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ຫວຽດນາມໄດ້ເລີ່ມອອກອາກາດຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ. ລາຍການຮູບເງົາແລະໂທລະພາບທີ່ດີເດັ່ນຂອງ CMG ຈຳນວນ 8 ເລື່ອງເຊິ່ງລວມທັງລາຍການ“ຄວາມຜູກພັນດ້ານວັດທະນະທຳຂອງທ່ານສີຈິ້ນຜິງ ”ແລະອື່ນໆຈະເລີ່ມອອກອາກາດຜ່ານສື່ມວນຊົນຫຼັກຂອງຫວຽດນາມ.
ລາຍການຕ່າງໆທີ່ຈະອອກອາກາດໃນກິດຈະກຳຄັ້ງນີ້ມີຫຼາກຫຼາຍມິຕິ,ສະແດງໃຫ້ເຫັນເຖິງວັດທະນະທຳຂອງຊົນຊາດຈີນທີ່ອຸດົມສົມບູນ ແລະເນື້ອໃນຫຼາກຫຼາຍສີສັນຂອງຄວາມທັນສະໄໝແບບຈີນ, ເພື່ອເຮັດໃຫ້ຜູ້ຊົມຫວຽດນາມສຳຜັດກັບມົນສະເໜ່ຂອງທ່ານສີຈິ້ນຜິງ, ເຂົ້າໃຈບົດຮຽນດ້ານການລຶບລ້າງຄວາມທຸກຍາກຂອງລັດຖະບານຈີນ, ຮັບຮູ້ເຖິງພະລັງຊີວິດຂອງຈີນໃນຍຸກໃໝ່ ແລະວັດທະນະທຳຈີນທີ່ມີເອກະລັກພິເສດ.