ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ-ຫວຽດ​ນາມ​ບັນ​ລຸຫຼາຍກວ່າ 200 ຕື້​ໂດ​ລາ​ເປັນ​ເວ​ລາ 4 ປີ​ຕິດ​ຕໍ່​ກັນ

CRI, April 15, 2025
Size:

ວັນທີ 10 ເມສານີ້, ທ່ານນາງເຮີຢົງຊຽນ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງການຄ້າຈີນວ່າ: ມູນຄ່າການຄ້າສອງຝ່າຍລະຫວ່າງຈີນ-ຫວຽດນາມບັນລຸຫຼາຍກວ່າ 200 ຕື້ໂດລາເປັນເວລາ 4 ປີຕິດຕໍ່ກັນ.

ທ່ານນາງເຮີຢົງຊຽນກ່າວຕື່ມວ່າ: ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ, ເລີ່ມແຕ່ປີ 2004 ເປັນຕົ້ນມາ, ຈີນແມ່ນຄູ່ການຄ້າໃຫຍ່ອັນດັບທີ 1 ຂອງຫວຽດນາມ, ເລີ່ມແຕ່ປີ 2016 ເປັນຕົ້ນມາ, ຫວຽດນາມແມ່ນຄູ່ການຄ້າໃຫຍ່ອັນດັບທີ 1 ໃນອາຊຽນຂອງຈີນ. ມູນຄ່າການຄ້າສອງຝ່າຍລະຫວ່າງຈີນ-ຫວຽດນາມບັນລຸຫຼາຍກວ່າ 200 ຕື້ໂດລາເປັນເວລາ 4 ປີຕິດຕໍ່ກັນ, ເມື່ອຮອດປີ 2024, ບັນລຸເຖິງ 260,65 ຕື້ໂອລາ, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ປີ 2023.

ທ່ານນາງເຮີຢົງຊຽນກ່າວຕື່ມວ່າ: ຈີນຍິນດີຮ່ວມກັບຫວຽດນາມ, ຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບສຳຄັນຕ່າງໆຂອງຜູ້ນຳສູງສຸດຂອງສອງພັກສອງລັດຈີນ-ຫວຽດນາມ ກ່ຽວກັບການລົງເລິກຄູ່ຮ່ວມຊາຕາກຳຈີນ-ຫວຽດນາມຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໄດ້ຮັບການຍົກສູງຄຸນນະພາບແລະ ຍົກລະດັບສູງຂຶ້ນ ເພື່ອນຳເອົາຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.