ທ່ານສີຈິ້ນຜິງເດີນທາງຮອດນະຄອນຫຼວງຮ່າໂນ້ຍ ເລີ່ມຢ້ຽມຢາມຫວຽດນາມທາງລັດຖະກິດ

CRI, April 14, 2025
Size:



ຕອນທ່ຽງວັນທີ 14 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດເດີນທາງດ້ວຍເຮືອບິນພິເສດຮອດນະຄອນຫຼວງຮ່າໂນ້ຍ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະ ທ່ານເລືອງເກື່ອງ ປະທານປະເທດຫວຽດນາມ ເພື່ອເຄື່ອນໄຫວຢ້ຽມຢາມຫວຽດນາມທາງລັດຖະກິດ.