ຕອນທ່ຽງວັນທີ 9 ເມສານີ້, ເຄື່ອງຊ່ວຍເຫຼືອກູ້ໄພແຜ່ນດິນໄຫວງວດທີ 5 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາ ໄດ້ຂົນສົ່ງໄປຮອດນະຄອນຢາງກຸງຂອງມຽນມາ. ເຄື່ອງຊ່ວຍເຫຼືອງວດນີ້ລວມມີເຕັ້ນ 266 ດາງ, ມຸ້ງ 20.000 ດາງ, ຜ້າກັນນ້ຳ 9.000 ຜືນ ແລະ ໝີ່ກ່ອງ 2.000 ແກັດ.