ໜ່ວຍກູ້ໄພ​ຂອງ​ຈີນ​ດຳ​ເນີນ​ການ​ປິ່ນ​ປົວ​ແລະ​ປະ​ເມີນ​ຄວາມປອດ​ໄພ​ຂອງ​ຕຶກ​ອາ​ຄານ​ຫຼັງ​ຈາກແຜ່ນ​ດິນ​ໄຫວ​​ຢູ່​ມຽນ​ມາ

CRI, April 11, 2025
Size:

ຫວ່າງມໍ່ໆມານີ້, ໜ່ວຍກູ້ໄພສາກົນຈີນຮ່ວມກັບໜ່ວຍກູ້ໄພຈີນ ແລະໜ່ວຍກູ້ ໄພເຂດຮົງກົງຈີນ ສືບຕໍ່ດຳເນີນການປິ່ນປົວໂດຍບໍ່ເກັບຄ່າແກ່ປະຊາຊົນຜູ້ປະສົບເຄາະຮ້າຍຢູ່ເມືອງມັນດາເລ ເຊິ່ງປະກອບມີຜູ້ຊ່ຽວຊານແລະພະຍາບານ 20 ກວ່າຄົນ ເພື່ອໃຫ້ບໍລິການປະຊາຊົນທີ່ມາຮັບການປິ່ນປົວໂດຍບໍ່ເກັບຄ່າ, ທັງແຈກຢາປົວພະຍາດໂດຍບໍ່ກັຄ່າໃຫ້ເຂົາເຈົ້າ, ເຊິ່ງມີປະຊາຊົນເຂົ້າມາໃຊ້ບໍລິການ 180 ກວ່າເທື່ອຄົນ.

ນອກຈາກນີ້, ຍັງສົ່ງຜູ້ຊ່ຽວຊານດ້ານໂຍທາທິການໂຄງສ້າງ 8 ທ່ານ ໄປດຳເນີນການປະເມີນສຸກເສີນຕໍ່ຄວາມປອດໄພຫຼັງຈາກແຜ່ນດິນໄຫວສຳລັບອາຄານທີ່ພັກອາໄສແລະໂຄງລ່າງພື້ນຖານໃນທ້ອງຖິ່ນ 800 ກວ່າແຫ່ງ, ເພື່ອໃຫ້ຄຳແນະນຳ ກ່ຽວກັບການສ້ອມແປງໃຫ້ໝັ້ນຄົງກວ່າເກົ່າ.