ນະຄອນເຊີນເຈິ້ນຂອງ ສປ ຈີນ ປະສົບຜົນສໍາເລັດຢ່າງຕໍ່ເນື່ອງໃນການຊຸກຍູ້ສົ່ງເສີມ ການຮ່ວມມືດ້ານການປະມົງລະຫວ່າງລາວ-ຈີນ

CRI, April 11, 2025
Size:

ນະຄອນເຊີນເຈິ້ນຂອງ ສປ ຈີນ ປະສົບຜົນສໍາເລັດຢ່າງຕໍ່ເນື່ອງໃນການຊຸກຍູ້ສົ່ງເສີມ ການຮ່ວມມືດ້ານການປະມົງລະຫວ່າງລາວ-ຈີນ ເກີດເປັນໜໍ່ແໜງທີ່ພົ້ນເດັ່ນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະກາຍເປັນຜູ້ນໍາດ້ານການຄ້າສັດນໍ້າລະຫວ່າງລາວ-ຈີນ ເພື່ອບັນລຸຄວາມກ້າວໜ້າດ້ວຍຈິດວິນຍານແຫ່ງການບຸກເບີກນະວັດຕະກໍາທີ່ທັນສະໄໝ.

ໃນວັນທີ 31 ມີນາ 2025 ຜ່ານມານີ້, ຕູ້ຂົນສົ່ງສິນຄ້າທີ່ບັນຈຸຜະລິດຕະພັນປາສະຫວາຍຄຸນນະພາບສູງຊຸດທໍາອິດທີ່ຜະລິດຈາກຟາມລ້ຽງ ແລະປຸງແຕ່ງປາຢູ່ລາວ ໄດ້ຂົນສົ່ງໄປເຖິງທ່າເຮືອ ເຊີໂຄວນະຄອນເຊີນເຈິ້ນ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສໍາຄັນດ້ານການຮ່ວມມືຜະລິດສັດນໍ້າລະຫວ່າງລາວ-ຈີນ ໂດຍຜ່ານການກວດກາຢູ່ດ່ານພາສີຢ່າງສົມບູນເປັນຄັ້ງທໍາອິດເທົ່ານັ້ນ, ຍັງເປັນຄັ້ງປະຫວັດສາດທີ່ຜະລິດຕະພັນສັດນໍ້າຈາກລາວເຂົ້າສູ່ຕະຫລາດຈີນໂດຍກົງອີກດ້ວຍ.

ໂດຍໄດ້ຮັບການສະຫນັບສະຫນູນຢ່າງເຂັ້ມແຂງ ຈາກຫ້ອງການພັດທະນາທະເລ ແລະຄະນະກໍາມະການພັດທະນາ ແລະປະຕິຮູບນະຄອນເຊີນເຈິ້ນ, ບໍລິສັດເຊີນເຈິ້ນຊົງຢູມາຣິນເຕັກໂນໂລຊີຈໍາກັດ ເຊິ່ງເປັນຕົວແທນຂອງວິສາຫະກິດນະຄອນເຊີນເຈິ້ນ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະເລືອກທີ່ຈະລົງທຶນໃນການກໍ່ສ້າງນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງແຫ່ງທໍາອິດໃນລາວທີ່ມີໂຄງການຕັ້ງຢູ່ເມືອງໂຂງ, ແຂວງຈໍາປາສັກ.

ຜ່ານມາ, ລາວຍັງບໍ່ທັນໄດ້ສ້າງລະບົບການລ້ຽງສັດນໍ້າຂະຫນາດໃຫຍ່ ແລະການຫມູນວຽນດ້ານການຄ້າສັດນໍ້າຢ່າງເປັນລະບົບ, ລວມເຖິງຊ່ອງທາງການຄ້າສັດນ້ໍາລະຫວ່າງລາວ-ຈີນ ຍັງເປັນພື້ນທີ່ວ່າງເປົ່າ. ປັດຈຸບັນ ປາສະຫວາຍທີ່ລ້ຽງຢູ່ລາວ ໄດ້ສົ່ງກັບຄືນໄປປະເທດຈີນຢ່າງສໍາເລັດ ພາຍຫລັງທີ່ໄດ້ດໍາເນີນໂຄງການມາເປັນເວລາ 3 ປີ.

ໃນຖານະເປັນນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງແຫ່ງທໍາອິດ ແລະໃຫຍ່ທີ່ສຸດໃນປະເທດລາວ ມີເນື້ອທີ່ທັງໝົດ 2,863 ເຮັກຕາ, ໂຄງການນີ້ໄດ້ຮັບການຕີລາຄາສູງຈາກລັດຖະບານ ແລະອົງການປົກຄອງທ້ອງຖິ່ນຂອງລາວ, ນັບແຕ່ມື້ເປີດໂຄງການເປັນຕົ້ນມາ, ກະຊວງກະສິກໍາ ແລະປ່າໄມ້ຂອງລາວ, ໂດຍມີກົມລ້ຽງສັດ ແລະການປະມົງ ໃຫ້ການສະຫນັບສະຫນູນຢ່າງເຕັມທີ່ ສໍາລັບການກໍ່ສ້າງ ແລະການດໍາເນີນງານຂອງນິຄົມແຫ່ງນີ້ກໍໄດ້ມີນະໂຍບາຍພິເສດ ລວມທັງການປະສານງານດ້ານອື່ນໆ.  ໃນໄລຍະຜ່ານມາ ທ່ານນາຍົກລັດຖະມົນຂອງລາວໄດ້ໄປຢ້ຽມຢາມໂຄງການດັ່ງກ່າວມາແລ້ວ 2 ຄັ້ງ ແລະໃຫ້ການຍ້ອງຍໍຊົມເຊີຍວ່າ: “ນີ້ຄືແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງ ລາວ-ຈີນ”. 

ໃນເດືອນທັນວາ 2024, ລັດຖະບານສອງປະເທດ ລາວ-ຈີນ ໄດ້ເຊັນສັນຍາຢ່າງເປັນທາງການກ່ຽວກັບຂໍ້ກໍານົດວ່າດ້ວຍການກວດກາ ແລະ ສຸຂະອະນາໄມສໍາລັບຜະລິດຕະພັນສັດນໍ້າທີ່ສົ່ງອອກໄປປະເທດຈີນ. ຫຼັງຈາກນັ້ນ, ກົມໃຫຍ່ພາສີຂອງຈີນກໍໄດ້ອອກແຈ້ງການກ່ຽວກັບການກວດກາ ແລະ ເງື່ອນໄຂດ້ານສຸຂະອະນາໄມ ແລະອະນຸຍາດໃຫ້ເຂົ້າສູ່ຕະຫຼາດຈີນ.

ປາສະຫວາຍທີ່ສົ່ງໄປຮອດນະຄອນເຊີນເຈິ້ນໃນຄັ້ງນີ້ ມີຕົ້ນກໍາເນີດຈາກໂຮງງານປຸງແຕ່ງ ຜະລິດຕະພັນສັດນ້ໍາແຫ່ງທໍາອິດຂອງລາວ ພາຍໃຕ້ໂຄງການນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປປະເທດຈີນດ້ວຍລະບົບການຜະລິດທີ່ທັນສະໄໝ ແລະມີຄຸນນະພາບສູງ.

ໃນປີ 2024, ເປັນໄລຍະທໍາອິດຂອງໂຄງການນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງໄດ້ກໍ່ສ້າງສໍາເລັດ ແລະເລີ່ມດໍາເນີນການ, ຄາດວ່າໃນເບື້ອງຕົ້ນຈະສາມາດບັນລຸການຜະລິດປາສະຫວາຍປະມານ 20,000 ໂຕນຕໍ່ປີ ແລະ ປຸງແຕ່ງປາສະຫວາຍ 12,000 ໂຕນຕໍ່ປີ, ມູນຄ່າການຜະລິດປະມານ 330 ລ້ານຢວນຕໍ່ປີ (963 ຕື້ກວ່າກີບ), ຫຼັງຈາກກໍ່ສ້າງນິຄົມດັ່ງກ່າວສໍາເລັດສົມບູນ ຄາດວ່າການປຸງແຕ່ງປາສະຫວາຍຈະບັນລຸຫຼາຍກວ່າ 500,000 ໂຕນຕໍ່ປີ, ນັ້ນຈະກາຍເປັນພື້ນຖານທີ່ສໍາຄັນສໍາລັບການສະໜອງຜະລິດຕະພັນສັດນ້ໍາຂອງນະຄອນເຊີນເຈິ້ນ ເພື່ອນໍາສົ່ງປາສະຫວາຍທີ່ມີຄຸນນະພາບສູງສູ່ສາທາລະນະ ແລະເພີ່ມລົດຊາດອາຫານທີ່ແຊບຊ້ອຍໃນລີ້ນຂອງສາທາລະນະຊົນໃນນະຄອນເຊີນເຈິ້ນ.

 

ການຂົນສົ່ງຜະລິດຕະພັນປາສະຫວາຍທີ່ລ້ຽງຢູ່ລາວກັບຄືນສູ່ນະຄອນເສີນເຈິ້ນຄັ້ງນີ້ ຖືເປັນຕົວຢ່າງທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມການເປີດປະຕູສູ່ພາຍນອກ ແລະການຮ່ວມມືດ້ານການປະມົງສາກົນ ແລະ ເປັນເສັ້ນທາງໃຫມ່ສໍາລັບການນໍາໃຊ້ຊັບພະຍາກອນການປະມົງທົ່ວໂລກ ແລະ ການຫມູນວຽນດ້ານການຄ້າຢ່າງສົມເຫດສົມຜົນ. ໃນອະນາຄົດ, ນະຄອນເຊີນເຈິ້ນ ສປ ຈີນຈະສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”   ດ້ວຍໂຄງການຮ່ວມມືທີ່ມີຄຸນນະພາບສູງໃຫ້ຫຼາຍຂຶ້ນ ແລະສ້າງຜົນສໍາເລັດໃຫມ່ໃຫຍ່ຫລວງກວ່າເກົ່າ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັບບັນດາປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”  .