ວັນທີ 5 ເມສານີ້, ກະຊວງການຄ້າໄທ ເປີດເຜີຍໃຫ້ຮູ້ວ່າ: ອັດຕາເງິນເຟີ້ໂດຍລວມຂອງໄທໃນເດືອນມີນາແລ້ວນີ້ ໄດ້ເພີ່ມຂຶ້ນ 0,84% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຊິ່ງຖືເປັນການເພີ່ມຂຶ້ນ 12 ເດືອນລຽນຕິດ.
ກະຊວງການຄ້າໄທຢືນຢັນວ່າ: ອັດຕາເງິນເຟີ້ໂດຍລວມໃນໄຕມາດທີ 2 ຄາດວ່າຈະຢູ່ລະຫວ່າງ 0,14%-0,15%, ເຊິ່ງຕ່ຳກວ່າອັດຕາເງິນເຟີ້ສະເລ່ຍ 1,08% ໃນໄຕມາດທີ 1. ນອກນີ້, ມາດຕະການພາສີໃໝ່ຂອງອາເມຣິກາອາດຈະສ້າງຜົນກະທົບຕໍ່ຜະລິດຕະພັນຫຼາຍຊະນິດ. ແຕ່ວ່າ, ມາດຕະການພາສີໃໝ່ດັ່ງກ່າວ ຈະບໍ່ກະທົບເຖິງຂະແໜງການບໍລິການ, ລວມທັງຄ່າໄຟຟ້າ, ຄ່ານ້ຳປະປາ ແລະ ການບໍລິການດ້ານການສຶກສາ.