ກິດ​ຈະ​ກຳ​ເຊື່ອມ​ໂຍງ​ຈິດ​ໃຈຂອງ​ປະ​ຊາ​ຊົນ​ຕາມ​ທາງ​ລົດ​ໄຟ​ລາວ​-ຈີນ “ສັບ​ປະ​ດາ​ແມ່​ນ້ຳ​ລ້າ​ນ​ຊ້າງ​-ແມ່​ນ້ຳ​ຂອງ” 2025 ຈັດ​ຂຶ້ນ​ຢູ່​ປະ​ເທດ​ລາວ

lmcchina.org, April 10, 2025
Size:

ເມື່ອບໍ່ດົນມານີ້, ກິດຈະກຳ “ຮ່ວມກັນລົມເລື່ອງລາວທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ນະຄອນຊຽງໄຮ້ເກາະແຂນກັບເມືອງຫຼວງບູຮານ” ໃນ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະບາງປະເທດລາວ. ກິດຈະກຳຄັ້ງນີ້ມີຫົວຂໍ້ຫຼັກວ່າ “ທາງລົດໄຟເຊື່ອມຈອດກັນ ຈິດໃຈຂອງປະຊາຊົນເຊື່ອມໂຍງເຂົ້າກັນ”, ໂດຍໄດ້ວາງສະແດງຜົນງານການຮ່ວມມືໃນລະດັບເລິກເຊິ່ງ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ລະຫວ່າງສອງປະເທດລາວ-ຈີນ ໂດຍຜ່ານການສົນທະນາໃນຫຼາຍລະດັບ ແລະ ພຶດຕິກຳເຊື່ອມໂຍງວັດທະນະທຳ.

ກິດຈະກຳຄັ້ງນີ້ແມ່ນມະຫາວິທະຍາໄລເຕັກໂນໂລຊີຊຽງໄຮ້ ແລະ ມະຫາວິທະຍາໄລສຸພານຸວົງຮ່ວມກັນເປັນເຈົ້າພາບຈັດຂຶ້ນ. ທ່ານວຽງທອງ ຫັດສະຈັນ ກຳມະການໃນຄະນະປະຈຳພັກແຂວງຫຼວງພະບາງ ເຈົ້ານະຄອນຫຼວງພະບາງກ່າວວ່າ: ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນເປັນຕົ້ນມາ, ການຮ່ວມມືລະຫວ່າງ ຫຼວງພະບາງ ກັບ ນະຄອນຊຽງໄຮ້ນັບມື້ນັບແໜ້ນແຟ້ນກວ່າເກົ່າ. ນັກສຶກສາລາວ 2 ຊຸດໄດ້ເດີນທາງໄປຮຽນເຕັກໂນໂລຊີທາງລົດໄຟຢູ່ຊຽງໄຮ້, ຫຼັງຈາກຮຽນຈົບແລ້ວໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການສ້າງທາງລົດໄຟລາວ-ຈີນ. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ນຳໂອກາດການພັດທະນາມາໃຫ້ເທົ່ານັ້ນ, ແຕ່ຍັງເຮັດໃຫ້ຈິດໃຈຂອງປະຊາຊົນສອງທ້ອງຖິ່ນມີຄວາມສະໜິດແໜ້ນກວ່າເກົ່າ.

ທ່ານຈ່າງເຊີ້ຜິງ ກົງສຸນໃຫຍ່ຂອງຈີນປະຈຳແຂວງຫຼວງພະບາງກ່າວວ່າ: ທາງລົດໄຟລາວ-ຈີນເປັນເສັ້ນທາງແຫ່ງການພັດທະນາ ເປັນເສັ້ນທາງແຫ່ງມິດຕະພາບ ທັງເປັນຂົວແຫ່ງການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ. ການຮ່ວມມືຕົວຈິງລະຫວ່າງສອງປະເທດ ສອງນະຄອນ ແລະ ມະຫາວິທະຍາໄລສອງແຫ່ງຈະບຳລຸງສ້າງນັກວິຊາການວິສະວະກຳທີ່ມີຄຸນນະພາບສູງຫຼາຍກວ່າເກົ່າໃຫ້ແກ່ທາງລົດໄຟລາວ-ຈີນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ, ຈະເພີ່ມທະວີສາຍພົວພັນການຮ່ວມມືມິດຕະພາບລະຫວ່າງສອງປະເທດຈີນ-ລາວຕື່ມອີກ, ຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂຶ້ນສູ່ລະດັບສູງກວ່າເກົ່າ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກິດຈະກຳ  “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄັ້ງນີ້ໄດ້ນຳໃຊ້ຮູບການ “ທາງລົດໄຟ +”, ຈັດໂຄງການແລກປ່ຽນຕ່າງໆທີ່ອວ່າຍໜ້າໄປສູ່ຊາວໜຸ່ມ ຊຶ່ງລວມທັງການວາງສະແດງສິ່ງກໍ່ສ້າງດ້ານວັດທະນະທຳປະຫວັດສາດ, ການອອກແບບຫົວຄິດປະດິດສ້າງດ້ານການເຜີຍແຜ່ວິທະຍາສາດທົ່ວໄປທາງພົນລະເຮືອນສຳລັບການເຊື່ອມໂຍງເຊື່ອມຈອດດ້ວຍທາງລົດໄຟ, ການຊອກຫາເລື່ອງເລົ່າ, ການສົນທະນາລະຫວ່າງຊາວໜຸ່ມ, ການທັດສະນະສຶກສາ ແລະ ພຶດຕິກຳ “ຄົ້ນຫາທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ແລະອື່ນໆ.