ຜູ້​ນຳ​ມຽນ​ມາ​ຢື້​ຢາມ​ຖາມ​ຂ່າວໜ່ວຍກູ້​ໄພ​ຂອງ​ຈີນ

CRI, April 10, 2025
Size:

ຕອນບ່າຍວັນທີ 6 ເມສານີ້, ທ່ານ ມິນອອງລາຍ ຜູ້ນຳມຽນມາໄດ້ເດີນທາງມາຄ້າຍໜ່ວຍກູ້ໄພຂອງຈີນຢູ່ເມືອງມັນດາເລ ເພື່ອຢື້ຢາມຖາມຂ່າວໜ່ວຍກູ້ໄພ ຈີນ, ໜ່ວຍກູ້ໄພສາກົນຈີນ ແລະ ໜ່ວຍກູ້ໄພເຂດຮົງກົງຈີນໝົດທຸກຄົນ, ທ່ານໄດ້ສະແດງຄວາມຂອບອົກຂອບໃຈຕໍ່ໜ່ວຍກູ້ໄພຂອງຈີນທີ່ໃຫ້ຄວາມຊ່ວຍເຫຼືອກູ້ໄພຢ່າງສຸດຄວາມສາມາດຂອງຕົນຫຼັງຈາກເກີດໄພແຜ່ນດິນໄຫວຢູ່ມຽນມາ.

ທ່ານມິນອອງລາຍກ່າວວ່າ: ໜ່ວຍກູ້ໄພຂອງຈີນເດີນທາງມາໄກເພື່ອຊ່ວຍເຫຼືອມຽນມາ ສະແດງໃຫ້ເຫັນເຖິງມິດຕະພາບຖານອ້າຍນ້ອງລະຫວ່າງສອງປະເທດມຽນມາແລະຈີນຢ່າງມີຊີວິດຊີວາ. ໜ່ວຍກູ້ໄພຂອງຈີນມີປະສົບການຢ່າງຫຼວງຫຼາຍໃນການຄົ້ນຫາແລະການກູ້ໄພຂ້າມຊາດ, ມຽນມາຄອງຄອຍທີ່ຈະເພີ່ມທະວີການແລກປ່ຽນກັບຈີນ, ເປີດກວ້າງການຮ່ວມມືກັນໃນການຊ່ວຍເຫຼືອກອບກູ້ສຸກເສີນ, ການປ້ອງກັນແລະຫຼຸດຜ່ອນໄພພິບັດ.