ພິທີເປີດປ້າຍສູນຮັບປະກັນ ແລະ ຝຶກຊ້ອມຮ່ວມທ່າກໍາປັ່ນຣຽມ ຈີນ-ກໍາປູເຈຍ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ເມສານີ້ຢູ່ແຂວງສີຫະນຸຂອງກໍາປູເຈຍ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກໍາປູເຈຍ ແລະກອງທັບປົດປ່ອຍປະຊາຊົນຈີນໄດ້ແຕ່ງຕັ້ງຄະນະຜູ້ແທນເຂົ້າຮ່ວມພິທີດັ່ງກ່າວ.
ໃນພິທີເປີດປ້າຍ, ສອງຝ່າຍຈີນ-ກໍາປູເຈຍ ຕ່າງໄດ້ກ່າວຄໍາປາໄສ ໂດຍເນັ້ນໜັກວ່າ: ການສ້າງ ແລະ ນໍາໃຊ້ສູນດັ່ງກ່າວເປັນຜົນສໍາເລັດແຫ່ງຄວາມເຄົາລົບນັບຖືເຊິ່ງກັນແລະກັນ ກໍຄືການປຶກສາຫາລືຢ່າງສະເໝີພາບກັນລະຫວ່າງຈີນ-ກໍາປູເຈຍ, ເຊິ່ງຈະເປັນຜົນດີຕໍ່ການຮັດແໜ້ນການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງກອງທັບຂອງສອງປະເທດຕື່ມອີກ, ນອກນີ້ ຍັງເປັນຜົນດີຕໍ່ການປະຕິບັດພັນທະສາກົນໃຫ້ດີຂຶ້ນກວ່າເກົ່າ ກໍຄືສະໜອງຜະລິດຕະພັນດ້ານຄວາມໝັ້ນຄົງສາທາລະນະສາກົນ ຕື່ມອີກ. ສອງຝ່າຍໄດ້ຢືນຢັນຕື່ມວ່າ: ຈະສືບຕໍ່ຮ່ວມມືກັນກ້າວເດີນໄປຂ້າງໜ້າພ້ອມກັນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຝຶກຊ້ອມຮ່ວມ, ການກໍ່ສ້າງຊັບພະຍາກອນມະນຸດ, ເຕັກໂນໂລຊີດ້ານອຸປະກອນ ແລະອື່ນໆ ຢ່າງຮອບດ້ານ, ເພື່ອປັບປຸງ ແລະ ເສີມຂະຫຍາຍການພົວພັນລະຫວ່າງສອງກອງທັບຈີນ-ກໍາປູເຈຍ ຢ່າງບໍ່ຢຸດຢັ້ງ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ.
ພ້ອມດຽວກັນນີ້, ສອງກອງທັບຈີນ-ກໍາປູເຈຍ ໄດ້ຈັດພິທີເປີດການຝືກຊ້ອມຮ່ວມ “ມັງກອນຄໍາ 2025” ຢູ່ສູນດັ່ງກ່າວ.