ຕອນບ່າຍວັນທີ 2 ເມສານີ້, ໄດ້ຈັດພິທີອັດການຝຶກຊ້ອມຮ່ວມລະຫວ່າງກອງທັບເຮືອຈີນ-ໄທ “ການໂຈມຕີສີຟ້າ-2025” ("Blue Strike-2025") ພາຍຫຼັງດຳເນີນມາເປັນເວລາ 8 ວັນທີ່ສະໜາມຝຶກຊ້ອມແຫ່ງໜຶ່ງໃນນະຄອນຈ້ານຈ່ຽງ ແຂວງກວາງຕຸ້ງຈີນ.
ການຝຶກຊ້ອມຄັ້ງນີ້ ແມ່ນການຝຶກຊ້ອມຮ່ວມທີ່ນອນໃນລະບົບ “ການໂຈມຕີສີຟ້າ” ທີ່ກອງທັບເຮືອຈີນ-ໄທຈັດຂຶ້ນເປັນຄັ້ງທີ 6, ໃນໄລຍະການຝຶກຊ້ອມ, ນາຍ ແລະ ພົນທະຫານ ໄດ້ແບ່ງເປັນກຸ່ມທາງທະເລ ແລະ ກຸ່ມທາງບົກ ເພື່ອຝຶກຊ້ອມຫຼາຍລາຍການ ເຊັ່ນ: ຮ່ວມກັນໂຈມຕີທາງທະເລ, ຮ່ວມກັນກອບກູ້ຊ່ວຍເຫຼືອທາງທະເລ, ການຍິງປືນດ້ວຍອາວຸດນ້ອຍ, ສູ້ປະຈັນບານ, ຍຸດທະວິທີຕ້ານການກໍ່ການຮ້າຍໃນຕົວເມືອງ, ການຢູ່ລອດໃນການສູ້ຮົບພາກສະໜາມ ແລະອື່ນໆ.
ນອກນີ້, ຈີນ-ໄທ ຍັງໄດ້ຈັດກິດຈະກຳຕ່າງໆ ເຊັ່ນ: ການຄົ້ນຄວ້າ ແລະ ການແລກປ່ຽນ, ທັດສະນະສຶກສາ ແລະ ຢ້ຽມຢາມເຊິ່ງກັນແລະກັນ, ລວມເຖິງການແຂ່ງຂັນກັນດ້ານວັດທະນະທຳ ແລະ ກິລາ ເປັນຕົ້ນ.