ເວລາ 17 ໂມງ 40 ນາທີຂອງວັນທີ 2 ເມສານີ້ຕາມເວລາທ້ອງຖິ່ນ, ໜ່ວຍກູ້ໄພຈີນໄດ້ກອບກູ້ຜູ້ຊາຍມຽນມາອາຍຸ 52 ປີທີ່ຕິດຄ້າງເປັນເວລາເກືອບ 125 ຊົ່ວໂມງຢ່າງສຳເລັດຜົນຢູ່ກ້ອງຊາກອາຄານໂຮງແຮມຊົນນະບົດສີຄຳຂອງເມືອງມັນດາເລ ເຊິ່ງເປັນຜູ້ລອດຊີວິດຜູ້ທີ 9 ທີ່ໄດ້ຮັບການກອບກູ້ຊ່ວຍເຫຼືອຈາກໜ່ວຍກູ້ໄພຈີນ.
ຕາມວິທະຍຸໂທລະພາບມຽນມາລາຍງານໃນວັນທີ 2 ເມສານີ້ວ່າ: ມາຮອດປັດຈຸບນ, ໄພພິບັດແຜ່ນດິນໄຫວຮ້າຍແຮງທີ່ມີສູນກາງຢູ່ມຽນມາໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3.003 ຄົນ, ບາດເຈັບ 4.515 ຄົນ ແລະ ຫາຍສາບສູນ 351 ຄົນ.
ແຫຼ່ງຂ່າວຈາກ: CGTN