ລັດຖະບານຈີນ ມອບເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທໍາງວດທີສອງໃຫ້ມຽນມາ

CRI, April 7, 2025
Size:

ແຫຼ່ງຂ່າວຈາກສະຖານທູດຈີນ ປະຈໍາມຽນມາ ແຈ້ງໃຫ້ຮູ້ວ່າ: ເວລາ 12 ໂມງ 10 ນາທີຂອງວັນທີ 3 ເມສານີ້, ເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທໍາງວດທີສອງທີ່ລັດຖະບານຈີນຊ່ວຍເຫຼືອມຽນມາ ໄດ້ຂົນສົ່ງໄປຮອດສະໜາມບິນສາກົນຢາງກຸງຂອງມຽນມາ.

ເຄື່ອງຊ່ວຍເຫຼືອງວດນີ້ ປະກອບມີ: ເຕັ້ນ 800 ດາງ, ຜ້າຫົ່ມ 2.000 ຜືນ, ເຂົ້າໜົມປັງ 3.000 ແກັດ, ນໍ້າດື່ມ 2.000 ແກັດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໄດ້ ຂົນສົ່ງໄປສູ່ເຂດປະສົບໄພພິບັັດໃນມື້ດຽວກັນ.

ວັນທີ 29 ມີນາແລ້ວນີ້, ລັດຖະບານຈີນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອກູ້ໄພແຜ່ນດິນໄຫວສຸກເສີນດ້ານມະນຸດສະທໍາແກ່ມຽນມາ ມູນຄ່າ 100 ລ້ານຢວນ. ຈາກນັ້ນ ວັນທີ 31 ມີນາແລ້ວນີ້, ລັດຖະບານຈີນ ໄດ້ຈັດສົ່ງເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທໍາງວດທໍາອິດ ໄປໃຫ້ມຽນມາ ເຊິ່ງປະກອບມີ: ເຕັ້ນ 1.200 ດາງ, ຜ້າຫົ່ມ 8.000 ຜືນ ແລະ ຖົງປະຖົມພະຍາບານສຸກເສີນ 40.000 ກວ່າຖົງ  ໄດ້ຂົນສົ່ງໄປຮອດນະຄອນຢາງກຸງຂອງມຽນມາ ດ້ວຍເຮືອບິນເໝົາລໍາ.