ການນຳຂັ້ນສູງ ສປ ຈີນ ເຂົ້າໄວ້ອາໄລຕໍ່ເຖິງແກ່ມໍລະນະກຳຂອງ ສະຫາຍ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ

CRI, April 7, 2025
Size:

ຕອນບ່າຍວັນທີ 3 ເມສາ 2025 ນີ້ ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ທີ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ,   ສະຫາຍ ຫວັງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະທດຈີນ ໃນນາມຕາງໜ້າໃຫ້ແກ່ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ ແລະການນຳຂັ້ນສູງພັກລັດຖະບານ, ສະພາແຫ່ງຊາດຈີນ ໄດ້ເຂົ້າວາງພວງມາລາ ແລະເຊັນປຶ້ມໄວ້ອາໄລຢ່າງເປັນທາງການເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10:30 ໂມງ ຂອງວັນທີ 02 ເມສາ 2025.

ໂດຍມີສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ພ້ອມການນຳ ແລະພະນັງງານສະຖານທູດໃຫ້ກຽດຕ້ອນຮັບ.

ສະຫາຍ ຫວັງຢີ້ ກ່າວວ່າໃນນາມພັກລັດ ແລະປະຊາຊົນຈີນອ້າຍນ້ອງ, ພວກຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

ການຈາກໄປ ຂອງ ພົນເອກ ຄຳໄຕ ສີພັນດອນເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນລາວ, ທັງເປັນການສູນເສຍຜູ້ເປັນສະຫາຍ, ເປັນເພື່ອນທີ່ເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນຈີນ ແລະຫວັງຢ່າງຍິ່ງວ່າ ພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ ຈົ່ງຖືໂອກາດອັນໂສກເສົ້ານີ້ເປັນພະລັງສາມັກຄີອັນຍິ່ງໃຫຍ່ ອັນມີສະຫາຍ ທອງລຸນ ສີສຸລິດ ເປັນແກນນຳ ເພື່ອນຳພາປະຊາຊົນລາວສ້າງຜົນງານຂ່ຳນັບຮັບຕ້ນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກປະຊາຊົນປະຕິວັນລາວໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.