ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ​ດ້ານ​ມະ​ນຸດ​ສະ​ທຳທີ່​ຈີນ​ຊ່ວຍ​ເຫຼືອ​ມຽນ​ມາງວດ​ທຳ​ອິດ​ໄດ້​ຂົນ​ສົ່ງ​​ໄປຮອດ​ມຽນ​ມາ

CRI, April 3, 2025
Size:

ເວລາ 12 ໂມງ 15 ນາທີຂອງວັນທີ 31 ມີນາຜ່ານມາຕາມເວລາທ້ອງຖິ່ນ, ເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳທີ່ຈີນຊ່ວຍເຫຼືອມຽນມາງວດທຳອິດໄດ້ຂົນສົ່ງໄປຮອດສະໜາມບິນສາກົນຢາງກຸງ. ທ່ານມາເຈ່ຍ ເອກອັກຄະລັດຖະທູດຈີນປະຈຳມຽນມາ, ທ່ານອູໂຊເທັນ ເຈົ້າແຂວງແຂວງຢາງກຸງຂອງມຽນມາ ໄດ້ໄປຮັບເຄື່ອງຢູ່ສະໜາມບິນ.

ທ່ານມາເຈ່ຍກ່າວວ່າ, ເຄື່ອງຊ່ວຍເຫຼືອງວດທຳອິດລວມມີເຕັ້ນ 1.200 ດາງ, ຜ້າຫົ່ມ 8000 ຜືນແລະຖົງຢາສຸກເສີນ 4 ໝື່ນກວ່າຖົງ. ເຄື່ອງຊ່ວຍເຫຼືອອື່ນໆກໍ່ກຳລັງຂ້ຽວກະກຽມຢູ່ ແລະຈະຂົນສົ່ງໄປຮອດມຽນມາໃນໄວໆນີ້.

ທ່ານອູໂຊເທັນກ່າວວ່າ, ມຽນມາສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອທີ່ຈິງໃຈຂອງຝ່າຍຈີນ ແລະຈະຈົດຈຳການຊ່ວຍເຫຼືອຄັ້ງນີ້ໄວ້ຕະຫຼອດໄປ. ມຽນມາຈະຂົນສົ່ງເຄື່ອງຊ່ວຍເຫຼືອໄປເຂດປະສົບໄພພິບັດໂດຍໄວ.