ເປີດເສັ້ນທາງການບິນໂດຍກົງຈາກນະຄອນຄຸນໝິງຂອງຈີນຫານະຄອນຫຼວງພະບາງຂອງລາວ

CRI, April 3, 2025
Size:

ວັນທີ 1 ເມສານີ້, ບໍລິສັດການບິນດຸ່ງຟ່າງຫຼື China Eastern ສາຂາຢຸນໜານຈີນຈຳກັດແຈ້ງຂ່າວວ່າ: ໃນມື້ດຽວກັນໄດ້ເປີດເສັ້ນທາງການບິນໂດຍກົງຈາກນະຄອນຄຸນໝິງຂອງຈີນຫານະຄອນຫຼວງພະບາງຂອງລາວຢ່າງເປັນທາງການ.

ລະຫັດຖ້ຽວບິນໄປ-ກັບຂອງເສັ້ນທາງການບິນດັ່ງກ່າວແມ່ນMU9643/MU9644,ມີແຜນບໍລິການຖ້ຽວບິນໄປກັບ 3 ຖ້ຽວຕໍ່ອາທິດ. ຖ້ຽວບິນອອກຈາກສະໜາມບິນສາກົນຊາງສຸຍຄຸນໝິງໃນເວລາ 12 ໂມງ 05 ນາທີທຸກວັນອັງຄານ, ວັນພະຫັດແລະວັນເສົາ, ລົງຈອດຢູ່ສະໜາມບິນສາກົນຫຼວງພະບາງເວລາ 12 ໂມງ 40 ນາທີ; ສ່ວນຖ້ຽວບິນອອກຈາກສະໜາມບິນສາກົນຫຼວງພະບາງໃນເວລາ 13 ໂມງ 30 ນາທີທຸກວັນອັງຄານ, ວັນພະຫັດແລະວັນເສົາ, ລົງຈອດຢູ່ສະໜາມບິນສາກົນຊາງສຸຍນະຄອນຄຸນໝິງເວລາ 15 ໂມງ 50 ນາທີ. ເວລາດັ່ງກ່າວລ້ວນແຕ່ເປັນເວລາຕາມທ້ອງຖິ່ນ.