ໜ່ວຍກູ້​ໄພ​ຂອງ​ຈີນ​ໄດ້ຊ່ວຍກອບກູ້​ຜູ້​ລອດຊີ​ວິດ 4 ຄົນ

CRI, April 2, 2025
Size:

ນັບມາຮອດວັນທີ 30 ມີນານີ້ຕາມເວລາທ້ອງຖິ່ນ, ແຜ່ນດິນໄຫວຮຸນແຮງຢູ່ມຽນມາໄດ້ເຮັດໃຫ້ 1.700 ຄົນເສຍຊີວິດ, ບາດເຈັບ 3.400 ຄົນ ແລະປະມານ 300 ຄົນຫາຍສາບສູນ. ສະຖານທູດຈີນປະຈຳມຽນມາໄດ້ຢືນຢັນໃນວັນທີ 30 ມີນານີ້ວ່າ: ມີຊາວຈີນ 14 ຄົນ ໄດ້ຮັບບາດເຈັບຈາກເຫດການແຜ່ນດິນໄຫວໃນຄັ້ງນີ້. ໜ່ວຍກູ້ໄພຂອງຈີນໄດ້ເດີນທາງໄປຮອດເມືອງມັນດາເລປະເທດມຽນມາທີ່ປະສົບໄພຢ່າງໜັກໜ່ວງ ແລະຊ່ວຍກອບກູ້ເອົາຜູ້ລອດຊີວິດ 4 ຄົນ, ໃນນັ້ນມີຜູ້ຍິງ 3 ຄົນແລະເດັກຍິງ 1 ຄົນ. ມາຮອດປັດຈຸບັນ, ໜ່ວຍກູ້ໄພຂອງຈີນໄດ້ກອບກູ້ຜູ້ລອດຊີວິດທັງໝົດ 6 ຄົນຢູ່ມຽນມາ.

ນັກຂ່າວຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮັບຮູ້ວ່າ: ເຄື່ອງຊ່ວຍເຫຼືອກູ້ໄພທີ່ລັດຖະບານຈີນສະໜອງໃຫ້ມຽນມາງວດທຳອິດ ຈະຖືກສົ່ງໄປຮອດນະຄອນຢາງກຸງຂອງມຽນມາໃນຕອນທ່ຽງວັນທີ 31 ມີນານີ້.