ວັນທີ 30 ມີນານີ້, ບໍລິສັດເຮືອບິນສຳລັບການຄ້າຈີນຈຳກັດຫຼື COMAC ໄດ້ມອບເຮືອບິນ C909 ລຳທຳອິດໃຫ້ແກ່ສາຍການບິນລາວ, ນີ້ແມ່ນເຮືອບິນໂດຍສານອາຍພົ່ນຂອງຈີນເຂົ້າສູ່ຕະຫຼາດປະເທດລາວເປັນຄັ້ງທຳອິດເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການພັດທະນາຫັນເປັນແບບສາກົນຂອງເຮືອບິນໂດຍສານທີ່ນຳໃຊ້ທາງການຄ້າຂອງຈີນໄດ້ກ້າວເຂົ້າສູ່ລະດັບໃໝ່.
ເຮືອບິນ C909 ທີ່ມີລະຫັດ RDPL-34229 ລຳນີ້ມີຂະໜາດ 90 ບ່ອນນັ່ງທັງໝົດແມ່ນຊັ້ນປະຢັດ, ມີປ້າຍເຄື່ອງໝາຍພາຍໃນແລະທາງນອກຂຽນໂດຍພາສາລາວ, ໄດ້ອອກແບບການທາສີພາຍນອກເປັນພິເສດ, ໄດ້ແຕ້ມດອກຈຳປາເຊິ່ງເປັນດອກໄມ້ປະຈຳຊາດຂອງລາວໃສ່ຫາງເຮືອບິນ. ເຮືອບິນດັ່ງກ່າວຖືກມອບໃຫ້ສາຍການບິນລາວດ້ວຍຮູບແບບການເຊົ່າ, ແລະຈະເລີ່ມໃຫ້ບໍລິການຕາມເສັ້ນທາງສາຍການບິນພາຍຫຼັງສຳເລັດການກະກຽມວຽກງານຕ່າງໆຢູ່ລາວ.