ຕອນເຊົ້າວັນທີ 30 ມີນານີ້, ລົດໄຟສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງທາງລົດໄຟຈີນ-ລາວຂະບວນໜຶ່ງໄດ້ແລ່ນໄປຮອດສະຖານີຫວາງເຈ່ຍຢີງຕາເວັນຕົກທີ່ນະຄອນຄຸນໝິງແຂວງຢຸນນານຈີນ ຈາກນັ້ນໄດ້ຄ່ຽນຖ່າຍໝາກຖົ່ວລຽນ,ແລະກ້ວຍໃສ່ລົດບັນທຸກແລ່ນໄປສູ່ຕະຫຼາດຂາຍຍົກໝາກໄມ້. ຂະນະດຽວກັນ, ຂະບວນລົດໄຟຖ້ຽວກັບທີ່ໄດ້ບັນທຸກເຄື່ອງໃຊ້ໄຟຟ້າອັດສະລິຍະຜະລິດຈາກສາມຫຼ່ຽມປາກແມ່ນ້ຳຢາງຊີກຽງແລະອາຫານສີຂຽວຜະລິດຈາກແຂວງຢຸນນານຂອງຈີນພວມໄດ້ແລ່ນກັບຄືນສູ່ນະຄອນຫຼວງວຽງຈັນຂອງລາວ.
ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວໄດ້ເປີດບໍລິການເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ບັນລຸການຫັນປ່ຽນຈາກ “ການເປີດບໍລິການຫາມີຄວາມສະດວກ,ຈາກມີຄວາມສະດວກຫາມີຄວາມວ່ອງໄວ,ຈາກມີຄວາມວ່ອງໄວຫາມີຄວາມຈະເລີນ”ຢ່າງເດັ່ນຊັດ. ນັບມາຮອດວັນທີ 30 ມີນານີ້, ການຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວນັບລວມແລ້ວໄດ້ບັນລຸເຖິງ 56 ລ້ານໂຕນ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາຍແດນໄດ້ບັນລຸເຖິງ 13 ລ້ານໂຕນ, ເຮັດໃຫ້ເຕີບໂຕ 10% ຂຶ້ນໄປເປັນເວລາ 3 ປີລຽນຕິດ.