ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບໄພແຜ່ນດິນໄຫວຢູ່ມຽນມາ.
ນັກຂ່າວຖາມວ່າ: ວັນທີ 28 ມີນານີ້, ມຽນມາໄດ້ເກີດໄພແຜ່ນດິນໄຫວ ຄວາມແຮງ 7,9 ລິກເທີ, ຈີນຈະຊ່ວຍເຫຼືອກູ້ໄພຢູ່ມຽນມາບໍ່?
ໂຄສົກຕອບວ່າ: ມຽນມາແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີຂອງຈີນ. ຈີນເອົາໃຈໃສ່ຕິດຕາມສະພາບໄພແຜ່ນດິນໄຫວຂອງມຽນມາໃນລະດັບສູງ, ສະແດງຄວາມຢ່າງຈິງໃຈຕໍ່ມຽນມາ. ພວກຂ້າພະເຈົ້າຫວັງວ່າ ແລະເຊື່ອໝັ້ນວ່າ, ລັດຖະບານແລະປະຊາຊົນມຽນມາຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ແລະສ້າງບ້ານແປງເມືອງຄືນໃໝ່.
ພວກຂ້າພະເຈົ້າມີຄວາມເຫັນໃຈຕໍ່ປະຊາຊົນມຽນມາທີ່ໄດ້ປະສົບໄພແຜ່ນດິນໄຫວ. ຈີນຈະທຳຄວາມພະຍາຍາມສຸດຂີດເພື່ອໃຫ້ການຊ່ວຍເຫຼືອແລະການສະໜັບສະໜູນດ້ານມະນຸດສະທຳແກ່ເຂດປະສົບໄພຕາມຄວາມຮຽກຮ້ອງຕ້ອງການຂອງມຽນມາ, ຊ່ວຍເຫຼືອປະຊາຊົນມຽນມາກູ້ໄພ, ລະຜ່ານຜ່າຄວາມຫຍຸ້ງຍາກ.