ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ, ມາຮອດວັນທີ 28 ມີນານີ້, ລວມແລ້ວໄດ້ແລ່ນຂະບວນລົດໄຟໂດຍສານ 71.000 ຂະບວນ, ຂົນສົ່ງຜູ້ໂດຍສານຫຼາຍກວ່າ 50 ລ້ານເທື່ອຄົນ, ໄດ້ດຶງດູດນັກທ່ອງທ່ຽວ 480.000 ກວ່າຄົນທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນໃນໂລກຂີ່ລົດໄຟໂດຍສານສາກົນເດີນທາງຂ້າມຊາຍແດນ. ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການພັດທະນາ ເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທຳຂອງພາກພື້ນ.
ນັບແຕ່ຕົ້ນປີນີ້ມາ, ທາງລົດໄຟລາວ-ຈີນລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 5.400.000 ເທື່ອຄົນ, ສະເລ່ຍແລ້ວໄດ້ຂົນສົ່ງຜູ້ໂດຍສານ 62.000 ເທື່ອຄົນຕໍ່ມື້; ໃນນັ້ນມີຜູ້ໂດຍສານຂ້າມຊາຍແດນຫຼາຍກວ່າ 82.000 ເທື່ອຄົນ, ຜູ້ໂດຍສານຂ້າມຊາຍແດນສະເລ່ຍຫຼາຍກວ່າ 1.000 ເທື່ອຄົນຕໍ່ມື້, ແລະ ສູງສຸດ 1.300 ເທື່ອຄົນຕໍ່ມື້.