ວັນທີ 29 ມີນານີ້, ທ່ານ ສີຈ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງ ທ່ານ ມິນອອງລາຍ ຜູ້ນຳມຽນມາຕໍ່ເຫດການແຜ່ນດິນໄຫວຢູ່ມຽນມາ.
ເນື້ອໃນສານ ລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມໂສກເສົ້າເສຍໃຈ ວ່າ ມຽນມາໄດ້ປະສົບໄພແຜ່ນດິນໄຫວຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ກໍຄືຜົນເສຍຫາຍດ້ານຊັບສິນຢ່າງໜັກໜ່ວງ, ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ຜູ້ປະສົບເຄາະຮ້າຍ, ສະແດງຄວາມເສຍໃຈຢ່າງເລິກເຊິ່ງຕໍ່ຄອບຄົວຂອງຜູ້ປະສົບເຄາະຮ້າຍ, ຜູ້ໄດ້ຮັບບາດເຈັບ ແລະ ປະຊາຊົນຢູ່ເຂດປະສົບໄພ.
ຈີນ ແລະ ມຽນມາ ເປັນຄູ່ຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກ, ປະຊາຊົນສອງຊາດມີໄມຕີຈິດມິດຕະພາບທີ່ດີຕໍ່ກັນຢ່າງເລິກເຊິ່ງ. ຈີນ ຍິນດີສະໜອງການຊ່ວຍເຫຼືອຕາມຄວາມຕ້ອງການຂອງມຽນມາ, ສະໜັບສະໜູນຊ່ວຍເຫຼືອປະຊາຊົນຢູ່ເຂດປະສົບໄພຜ່ານຜ່າໄພພິບັດ ແລະ ສ້າງບ້ານແປງເມືອງຄືນໃໝ່ໃຫ້ໄດ້ໂດຍໄວ.