ວັນທີ 26 ມີນານີ້, ສະຖາບັນພະລັງງານຈີນ-ອາຊຽນໄດ້ສ້າງຕັ້ງຂຶ້ນຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຢ່າງເປັນທາງການ. ສະຖາບັນແຫ່ງນີ້ໄດ້ຮັບການຈັດຕັ້ງຂຶ້ນໂດຍການຮ່ວມມືກັນລະຫວ່າງບໍລິສັດຕາຂ່າຍໄຟຟ້າສາຂາກວາງຊີຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນຈຳກັດ ແລະ ມະຫາວິທະຍາໄລກວາງຊີ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຮ່ວມມືດ້ານພະລັງງານສາກົນທີ່ຫັນໜ້າໄປສູ່ອາຊຽນໄດ້ເປີດປະຫວັດສາດໜ້າໃໝ່. ໃນພິທີເປີດປ້າຍທີ່ຈັດຂຶ້ນມື້ດຽວກັນ, ຊຸດອົບຮົມພະລັງງານໄຟຟ້າຈີນ-ຫວຽດນາມໄດ້ຈັດຂຶ້ນພ້ອມກັນ, ໂດຍມີຜູ້ຕາງໜ້າຈາກວິສາຫະກິດພະລັງງານໄຟຟ້າຫວຽດນາມ 33 ຄົນເຂົ້າຮ່ວມການອົບຮົມ.
ສະຖາບັນພະລັງງານຈີນ-ອາຊຽນສ້າງຕັ້ງຢູ່ໃນວິທະຍາໄລວິສະວະກຳໄຟຟ້າຂອງມະຫາວິທະຍາໄລກວາງຊີ ໂດຍຜ່ານຮູບແບບ “ໃຫ້ວິສາຫະກິດອອກຫົວຂໍ້ອົບຮົມ, ໂຮງຮຽນກັບວິສາຫະກິດກໍ່ສ້າງບຸກຄະລາກອນຮ່ວມກັນ”, ເຕົ້າໂຮມຊັບພະຍາກອນຂອງໂຮງຮຽນແລະວິສາຫະກິດ, ສ້າງລະບົບການກໍ່ສ້າງບຸກຄະລາກອນຫຼາຍວິຊາ ເພື່ອເປັນການຮັບປະກັນດ້ານບຸກຄະລາກອນໃຫ້ແກ່ວິສາຫະກິດພະລັງງານຈີນກ້າວໄປສູ່ຕ່າງປະເທດຢ່າງມີຄຸນນະພາບສູງ, ສ້າງເວທີການຮ່ວມມືແລະປະດິດສ້າງແບບເປີດກວ້າງລະດັບຊາດທີ່ຫັນໜ້າສູ່ການສຶກສາຊັ້ນສູງຂອງອາຊຽນ.