ສະ​ພາ​ຜູ້​ແທນ​​ຣາດ​ຊະ​ດອນ​ໄທ​ບໍ່​ຮັບ​ຮອງ​ຍັດ​ຕິ​ບໍ່​ໄວ້​ວາງ​ໃຈ​ນາ​ຍົກ​ລັດ​ຖະ​ມົນ​ຕີ

CRI, March 27, 2025
Size:

ວັນທີ 26 ມີນານີ້, ສະພາຜູ້ແທນຣາດຊະດອນໄທໄດ້ລົງຄະແນນສຽງຕໍ່ຍັດຕິບໍ່ໄວ້ວາງໃຈທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທຄົນປັດຈຸບັນພ້ອມດ້ວຍຄະນະລັດຖະບານທີ່ສະເໜີໂດຍພັກຝ່າຍຄ້ານ, ຍັດຕິດັ່ງກ່າວບໍ່ ຜ່ານການຮັບຮອງ. 

ໃນການລົງຄະແນນສຽງທີ່ຈັດຂຶ້ນຕອນເຊົ້າວັນທີ 26 ມີນານີ້, ມີສະມາຊິກສະພາຜູ້ແທນຣາດຊະດອນຫຼາຍກວ່າເຄິ່ງໜຶ່ງໄດ້ລົງຄະແນນສຽງບໍ່ເຫັນດີຕໍ່ຍັດຕິບໍ່ໄວ້ວາງໃຈດັ່ງກ່າວ, ສະນັ້ນ,  ປະທານລັດຖະສະພາຈຶ່ງປະກາດບໍ່ຮັບຮອງຍັດຕິດັ່ງກ່າວ. 

ພາຍຫຼັງຍັດຕິບໍ່ໄວ້ວາງໃຈຖືກປະຕິເສດແລ້ວ, ທ່ານນາງ ແພທອງທານ ຊິນນະວັດໄດ້ລົງບົດຄວາມຜ່ານທາງສື່ສັງຄົມອອນລາຍໂດຍສະແດງຄວາມຂອບໃຈຕໍ່ບັນດາຝ່າຍທີ່ປະຕິບັດໜ້າທີ່ຜູ້ແທນປະຊາຊົນຢ່າງເຕັມສ່ວນ, ຂອບໃຈຕໍ່ໜ່ວຍງານຂອງຄະນະລັດຖະບານທີ່ໄດ້ຊີ້ແຈງຢ່າງລະອຽດຕໍ່ຫົວຂໍ້ປຶກສາຫາລືທັງໝົດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ສະມາຊິກສະພາບໍ່ວ່າຈະເປັນພັກກຳອຳນາດຫຼືພັກຝ່າຍຄ້ານກໍຕາມລ້ວນແຕ່ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການຕິດຕາມກວດກາເພື່ອຮັບປະກັນຜົນປະໂຫຍດຂອງຊາດ.