ໂດຍ: ທ່ານປ້າວຈື້ເຜີງ ຮອງເລຂາທິການສູນຄົ້ນຄວ້າແມ່ນ້ຳຂອງໂລກ (ສູນສາຂາຈີນ)
ປີ 2015, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຄັ້ງທຳອິດຂອງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ໄຂຂຶ້ນ. ປີນີ້, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກ້າວເຂົ້າສູ່ປີທີ 10 ແລ້ວ. ໃນຖານະເປັນກົນໄກຮ່ວມມືພາກພື້ນທຳອິດທີ່ຖືເອົາການສ້າງປະຊາຄົມຮ່ວມຊາຕາກຳເປັນເປົ້າໝາຍ ແລະ ສ້າງຂຶ້ນໂດຍ 6 ປະເທດນັ້ນ, ໃນໄລຍະ 10 ປີຜ່ານມາ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງ 6 ປະເທດ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຂົງເຂດຕ່າງໆໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ, ແລະກາຍເປັນ “ເວທີຄຳ”ຂອງການຮ່ວມມືໃນພາກພື້ນ.
6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີພູຜາແມ່ນ້ຳຕິດຈອດກັນ, ວັດທະນະທຳ ແລະ ຜົນປະໂຫຍດເຊື່ອມໂຍງເຂົ້າກັນ, ມີຊາຕາກຳຮ່ວມກັນ. ໃນໄລຍະ 10 ປີຜ່ານມານີ້, 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປິ່ນອ້ອມ 3 ເສົາຄ້ຳ ຄື: ຄວາມໝັ້ນຄົງດ້ານການເມືອງ, ເສດຖະກິດ ແລະ ການພັດທະນາແບບຍືນຍົງພ້ອມດ້ວຍວັດທະນະທຳສັງຄົມ, ສຸມໃສ່ 5 ຂົງເຂດບຸລິມະສິດ ຄື: “ການເຊື່ອມໂຍງເຊື່ອມຈອດກັນ, ການຮ່ວມມືເພື່ອຍົກລະດັບກຳລັງການຜະລິດ, ເສດຖະກິດຂ້າມຊາດ, ຊັບພະຍາກອນນ້ຳ, ກະສິກຳ ແລະ ການຫຼຸດຜ່ອນຄວາມທຸກຍາກ”, ເສີມສ້າງກົນໄກໃຫ້ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ດຳເນີນການຮ່ວມມືຕົວຈິງຢ່າງໜັກແໜ້ນ. ພາຍໃຕ້ການນຳພາດ້ານຍຸດທະສາດຂອງຜູ້ນຳ, 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຍຶດໝັ້ນການປະຕິບັດຕາມກົດເກນ ແລະ ປະດິດສ້າງໃໝ່, ສະສົມຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງຢ່າງບໍ່ຢຸດຢັ້ງ, ສຸມໃສ່ສ້າງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ເປັນຕົວແບບໃນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ເຂດປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກໄປກ່ອນໝູ່, ເຂດທົດລອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ເຂດແບບຢ່າງດ້ານການປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ. ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີເນື້ອໃນທີ່ອຸດົມສົມບູນຂຶ້ນເລື້ອຍໆ, ປະສິດທິຜົນໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ.
ໜຶ່ງ, ການສ້າງສາປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ຈີນກັບກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມໄດ້ປະກາດສ້າງຕັ້ງຄູ່ຮ່ວມຊາຕາກຳຕາມລຳດັບ, ຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສ້າງຄູ່ຮ່ວມຊາຕາກຳສອງຝ່າຍ ແລະ ຫຼາຍຝ່າຍຢ່າງທົ່ວເຖິງ. ໃນຂະນະດຽວກັນ, ຈີນ ແລະ 5 ປະເທດລ່ອງແມ່ນ້ຳຂອງໄດ້ລົງເລິກການສ້າງຄູ່ຮ່ວມຊາຕາກຳໃນຂົງເຂດທະເລ ຂົງເຂດອິນເຕີເນັດ ແລະອື່ນໆຢ່າງຕໍ່ເນື່ອງ. ປະຊາຄົມຮ່ວມຊາຕາກຳຂອງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີສະພາບການແບບສາມມິຕິ ແລະ ກວມເອົາທຸກຂົງເຂດໄດ້ເປັນຮູບເປັນຮ່າງຂຶ້ນເທື່ອລະກ້າວ.
ສອງ, ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນກົນໄກຮ່ວມມືຫຼາຍຝ່າຍທີ່ໃຊ້ຮູບການຮ່ວມມືລະຫວ່າງລັດຖະບານ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຍຶດໝັ້ນຫຼັກການທີ່ “ນຳພາໂດຍຜູ້ນຳ, ປົກຄຸມຢ່າງຮອບດ້ານ ແລະ ມີສ່ວນຮ່ວມຈາກທຸກພາກສ່ວນ”, ພ້ອມທັງໄດ້ຄົ້ນຄວ້າຊ່ອງທາງໃໝ່ເພື່ອພັດທະນາກົນໄກການຮ່ວມມືຢ່າງມີປະສິດທິພາບສູງ ແລະ ສາມາດເປັນໄປໄດ້. ຢູ່ບົນພື້ນຖານທີ່ຍຶດໝັ້ນຈັດກອງປະຊຸມຜູ້ນຳໃນທຸກໆ 2 ປີ ແລະ ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດໃນທຸກປີນັ້ນ, ກົນໄກໜ່ວຍງານລະດັບລັດຖະມົນຕີໃນ 6 ຂົງເຂດບຸລິມະສິດໄດ້ເຄື່ອນໄຫວເປັນຢ່າງດີ. ໃນຂົງເຂດຄວາມໝັ້ນຄົງ, ສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເສີມຂະຫຍາຍບົດບາດເປັນເວທີຕົ້ນຕໍແຫ່ງການຮ່ວມມືປະຕິບັດກົດໝາຍໃນພາກພື້ນຢ່າງຕັ້ງໜ້າ, ການເຄື່ອນໄຫວ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສະຫງົບປອດໄພ” ໄດ້ຊຸກຍູ້ການສ້າງສະພາບແວດລ້ອມທີ່ສະຫງົບປອດໄພຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງຕໍ່ເນື່ອງ. ການຮ່ວມມືລະຫວ່າງ 6 ປະເທດໃນການປາບປາມການພະນັນທາງອິນເຕີເນັດ ແລະ ການສໍ້ໂກງຊັບທາງໂທລະຄົມໄດ້ຮັບຜົນງານທີ່ຕັ້ງໜ້າ. ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນຄົ້ນຄວ້າແມ່ນ້ຳຂອງໂລກ, ສູນການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນການຮ່ວມມືດ້ານສິ່ງແວດລ້ອມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສູນການຮ່ວມມືດ້ານກະສິກຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເວທີອື່ນໆໄດ້ຮັບການປັບປຸງ ແລະຂະຫຍາຍຕົວນັບມື້ນັບສົມບູນຂຶ້ນເລື້ອຍໆ ຊຶ່ງໄດ້ສະໜອງການສະໜັບສະໜູນ ດ້ານສະຕິປັນຍາທີ່ແຂງແຮງໃຫ້ແກ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ສາມ, ຮູບແບບການຮ່ວມມືທີ່ “ການພັດທະນາເປັນບຸລິມະສິດ, ຕິດແທດຕົວຈິງ ມີປະສິດທິພາບສູງ, ຖືໂຄງການເປັນພື້ນຖານ” ນັບມື້ນັບສົມບູນຂຶ້ນ. ລະບົບໂຄງການກອງທຶນສະເພາະກິດແຫ່ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ນັບມາຮອດປັດຈຸບັນໄດ້ສະໜັບສະໜູນຫຼາຍຮ້ອຍໂຄງການທີ່ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ. ກຸ່ມໂຄງການ “ເກັບກ່ຽວຜົນງານຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” 100 ກວ່າໂຄງການທີ່ດຳເນີນຢູ່ມຽນມາ ແລະ ປະເທດອື່ນໆໄດ້ຊ່ວຍເຫຼືອຊາວກະສິກອນທ້ອງຖິ່ນມີຜົນຜະລິດ ແລະ ລາຍຮັບເພີ່ມຂຶ້ນ ຊຶ່ງໄດ້ເພີ່ມທະວີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ ແລະ ຄວາມຮູ້ສຶກເພິ່ງພໍໃຈຂອງປະຊາຊົນທ້ອງຖິ່ນຢ່າງແຂງແຮງ. “ໂຄງການນ້ຳສະອາດ” ໄລຍະທີ 1 ໄດ້ສ້າງໂຄງການສາທິດສະໜອງນ້ຳປະປາແບບລວມສູນ 8-9 ແຫ່ງ ແລະ ໂຄງການສາທິດສະໜອງນ້ຳແບບກະແຈກກະຈາຍຈຳນວນ 54 ແຫ່ງ, ຜູ້ໄດ້ຮັບຜົນປະໂຫຍດມີເຖິງ 10.000 ກວ່າຄົນ ຊຶ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະເທດລ່ອງແມ່ນ້ຳຂອງ.
ສີ່, ລະດັບການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຍົກສູງຂຶ້ນຢ່າງພົ້ນເດັ່ນ. “ການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ(Hard Connectivity)” ແລະ “ການເຊື່ອມໂຍງເຊື່ອມຈອດ ດ້ານລະບຽບການ ມາດຕະຖານ ແລະ ນະໂຍບາຍ (Soft Connectivity)” ພາຍໃນພາກພື້ນໄດ້ຮັບການຊຸກຍູ້ກ້າວໄປຂ້າງໜ້າຢ່າງມີການປະສານສົມທົບກັນ. ທາງລົດໄຟລາວ-ຈີນ, ທາງດ່ວນພະນົມເປັນ-ສີຫະນຸໄດ້ໃຫ້ການບໍລິການຢ່າງໝັ້ນທ່ຽງ, ການສ້າງທາງລົດໄຟຄວາມໄວສູງຈີນ-ໄທ ແລະ ການເຊື່ອມຕໍ່ທາງລົດໄຟຈີນ-ຫວຽດນາມໄດ້ຮັບການຊຸກຍູ້ໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ. ການສ້າງແລວເສດຖະກິດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີພະລັງແຮງຂັບເຄື່ອນນັບມື້ນັບເຂັ້ມແຂງຂຶ້ນ. ໃນໄລຍະ 10 ປີຜ່ານມາ, ຍອດມູນຄ່າການຄ້າລະຫວ່າງຈີນກັບ 5 ປະເທດລ່ອງແມ່ນ້ຳຂອງໄດ້ເພີ່ມຂຶ້ນທົບເທົ່າ. ຫຼັງຈາກ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ມີຜົນສັກສິດຢ່າງເປັນທາງການແລ້ວ, ໄດ້ສ້າງຜົນປະໂຫຍດທາງລະບຽບການຢ່າງຕໍ່ເນື່ອງ ເຊັ່ນ: ການຫຼຸດ ຫຼື ຍົກເວັ້ນພາສີ, ຫຼຸດຜ່ອນຂັ້ນຕອນຜ່ານດ່ານໃຫ້ກະທັດຮັດ, ເພີ່ມຄວາມສະດວກດ້ານການຄ້າ, ການລົງທຶນ ແລະອື່ນໆ, ໄດ້ເພີ່ມທະວີຄວາມໝັ້ນທ່ຽງ ແລະ ຄວາມໂລ່ງລ່ຽນຂອງຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ການສະໜອງໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການຄ້າໃນພາກພື້ນ ແລະ ໂອກາດການລົງທຶນເພີ່ມຂຶ້ນ. ຮູບການໝູນວຽນຂອງການຂົນສົ່ງແບບປະສົມທາງທະເລ-ທາງລົດໄຟ ແລະ ການ ຂົນສົ່ງແບບປະສົມທາງຫຼວງ-ທາງລົດໄຟຕາມທາງຜ່ານການຄ້າທາງບົກ-ທາງທະເລສາກົນສາຍໃໝ່ ມີປະສິດທິຜົນສູງຂຶ້ນເລື້ອຍໆ. ຫົວໜ່ວຍທີ່ເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ທ້ອງຖິ່ນຕ່າງໆ ວິສາຫະກິດ ແລະ ອົງການຈັດຕັ້ງທາງສັງຄົມ ມີຄວາມຫ້າວຫັນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງທີ່ເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຊຶ່ງໄດ້ຊຸກຍູ້ໃຫ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງລົງສູ່ລວງເລິກຢ່າງໜັກແໜ້ນ.
ຫ້າ, ການເຊື່ອມໂຍງດ້ານຈິດໃຈຂອງປະຊາຊົນລົງສູ່ລວງເລິກຢ່າງຕໍ່ເນື່ອງ. ການໄປມາຫາສູ່ກັນລະຫວ່າງປະເທດແມ່ນຂຶ້ນຢູ່ກັບຄວາມສະໜິດສະໜົມຂອງປະຊາຊົນ, ຄວາມສະໜິດສະໜົມລະຫວ່າງປະຊາຊົນແມ່ນຂຶ້ນຢູ່ກັບການເຊື່ອມໂຍງດ້ານຈິດໃຈ. ໃນຖານະເປັນໜຶ່ງໃນ 3 ເສົາຄ້ຳອັນສຳຄັນຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ການແລກປ່ຽນດ້ານວັດທະນະທຳເປັນເນື້ອໃນສຳຄັນທີ່ສຸດໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນໄລຍະ 10 ປີຜ່ານມານີ້, ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ລົງເລິກການແລກປ່ຽນດ້ານວັດທະນະທຳຢ່າງບໍ່ຢຸດຢັ້ງ, ຈິດໃຈຂອງປະຊາຊົນໄດ້ເຊື່ອມໂຍງເຂົ້າກັນຢ່າງແໜ້ນແຟ້ນກວ່າເກົ່າ, ໄດ້ດຳເນີນການຮ່ວມມືຢ່າງໃກ້ຊິດໃນຂົງເຂດການທ່ອງທ່ຽວວັດທະນະທຳ, ກິລາ, ການສຶກສາ, ສື່ມວນຊົນ, ສາສະໜາ, ວຽກງານຊົນເຜົ່າ ແລະອື່ນໆ, ໄດ້ສ້າງຍີ່ຫໍ້ກິດຈະກຳແລກປ່ຽນວັດທະນະທຳຕ່າງໆ ເຊັ່ນ: ການແຂ່ງຂັນປະດິດສ້າງໃໝ່ຂອງຊາວໜຸ່ມ, ສັບປະດາຮູບເງົາສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະອື່ນໆ, ຮ່ວມກັນບຳລຸງສ້າງວັດທະນະທຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ປະຕິບັດຕໍ່ກັນຢ່າງສະເໝີພາບ ຊ່ວຍເຫຼືອກັນຢ່າງຈິງໃຈ ສະໜິດສະໜົມກັນປານຄອບຄົວດຽວກັນ”, ໄດ້ຊຸກຍູ້ການໄປມາຫາສູ່ກັນຖານໄມຕີຈິດມິດຕະພາບລະຫວ່າງປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງແຂງແຮງ.
ປູກພືດພັນທັນຍາຫານ 1.000 ເຮັກຕາເປັນເວລາ 10 ປີ, ໄດ້ຜົນເກັບກ່ຽວເຕັມສາງ 10.000 ແຫ່ງໃນປັດຈຸບັນນີ້. ຈາກ “ວິໄສທັດມະຫາພາກ” ໄປຮອດ “ການປະຕິບັດຕົວຈິງຢ່າງລະອຽດ”, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຜ່ານໄລຍະບົ່ມເພາະ ແລະ ໄລຍະເຕີບໂຕ ແລ້ວກ້າວເຂົ້າສູ່ໄລຍະໃໝ່ທີ່ສ້າງ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2.0”. ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພວມຢູ່ໃນໄລຍະທີ່ເສດຖະກິດ-ສັງຄົມພັດທະນາຢ່າງວ່ອງໄວ. ການຊຸກຍູ້ການຫັນເປັນທັນສະໄໝເປັນໜ້າທີ່ປະຫວັດສາດຮ່ວມຂອງບັນດາປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ເມື່ອຄາດຄະເນເຖິງອະນາຄົດ, ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະສືບຕໍ່ສົ່ງເສີມຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ “ການພັດທະນາເປັນບຸລິມະສິດ, ເປິກສາຫາລືຢ່າງສະເໝີພາບກັນ, ຕິດແທດຕົວຈິງ ມີປະສິດທິພາບສູງ, ເປີດປະຕູສູ່ພາຍນອກ ແລະ ໂອບເອື້ອອາລີ”, ຮ່ວມແຮງກັນບຸກເບີກພື້ນທີ່ການຮ່ວມມືໃນຂົງເຂດລ້ຳຍຸກຕ່າງໆ ເຊັ່ນ: ປັນຍາປະດິດ, ເສດຖະກິດສີຂຽວ ແລະອື່ນໆ, ຮັດແໜ້ນການເຊື່ອມຕໍ່ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກັບກົນໄກການຮ່ວມມືພາກພື້ນອື່ນໆ, ເພີ່ມທະວີການປະສານງານລະຫວ່າງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກັບວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ພະຍາຍາມສ້າງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ເປັນຖານສູງໃນການຮ່ວມມືຂອງ “ເຂດໂລກໃຕ້”. 6 ປະເທດໃນພາກພື້ນຍິນດີປະຕິບັດຕາມລັດທິພາກພື້ນແບບເປີດປະຕູສູ່ພາຍນອກ, ປົກປັກຮັກສາລັດທິຫຼາຍຝ່າຍຢ່າງແທ້ຈິງ, ເສີມສ້າງກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງບໍ່ຢຸດຢັ້ງ, ປັບປຸງພື້ນຖານໄມຕີຈິດມິດຕະພາບຂອງປະຊາຊົນ, ຕັ້ງໜ້າຍົກສູງການມີສ່ວນຮ່ວມຂອງປະຊາຊົນ 6 ປະເທດໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮ່ວມກັນກ້າວໄປຂ້າງໜ້າ, ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງພາກພື້ນດ້ວຍຄວາມໝັ້ນທ່ຽງຫຼາຍກວ່າເກົ່າ.