ການ​ຊ້ອມ​ຮົບ​ຮ່ວມພາຍ​ໃຕ້​ລະ​ຫັດ “​ການ​ໂຈມ​ຕີ​ສີ​ຟ້າ-2025” ​ລະ​ຫວ່າງຈີນ-​ໄທເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

CRI, March 26, 2025
Size:

ຕອນເຊົ້າວັນທີ 26 ມີນານີ້, ພິທີເປີດການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ການໂຈມຕີສີຟ້າ-2025” (Blue strike - 2025) ລະຫວ່າງຈີນ-ໄທໄດ້ຈັດໄຂຂຶ້ນຢູ່ທ່າກຳປັ່ນທະຫານນະຄອນຈ້ານຈ່ຽງແຂວງກວາງຕຸ້ງຈີນ. ນີ້ເປັນຄັ້ງທີ 6 ທີ່ກອງທັບເຮືອສອງປະເທດຈັດການຊ້ອມຮົບດັ່ງກ່າວ, ການຊ້ອມຮົບຄັ້ງນີ້ຈະດຳເນີນໄປຮອດຕົ້ນເດືອນເມສາໜ້ານີ້ຈຶ່ງສຳເລັດ.