ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເປັນການຄົ້ນຄວ້າຢ່າງເລິກເຊິ່ງຂອງຈີນຕໍ່ໂຈດແຫ່ງຍຸກສະໄໝ ແລະ ກຳລັງກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງຂອງປະຊາຄົມໂລກ. ສຳລັບຢູ່ປະເທດລາວ, ແນວຄິດດັ່ງກ່າວກຳລັງໄດ້ຮັບການຈັດຕັ້ງປະຕິບັດ ແລະ ແຕກດອກອອກຜົນຢ່າງເປັນຮູບປະທຳ ໂດຍຜ່ານຈາກໂຄງການຮ່ວມມືຕ່າງໆທີ່ຕິດແທດຕົວຈິງ ແລະ ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງບໍ່ພຽງແຕ່ໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຍັງເປັນບົດຮຽນອັນລ້ຳຄ່າສຳລັບການຮ່ວມມືກັນໃນພາກພື້ນກໍຄືໃນທົ່ວໂລກອີກດ້ວຍ.
ການໄປມາຫາສູ່ກັນຢ່າງໃກ້ຊິດຂອງການນໍາຂັ້ນສູງ ແລະ ການເຊື່ອມຕໍ່ທາງດ້ານຍຸດທະສາດລະຫວ່າງຈີນກັບລາວ ເປັນການຄ້ຳປະກັນອັນສຳຄັນທີ່ເຮັດໃຫ້ແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສາມາດໄດ້ຮັບການຈັດຕັ້ງປະຕິບັດຢູ່ລາວເປັນຢ່າງດີ. ວັນທີ 23 ມີນາຂອງ 12 ປີກ່ອນ ກໍຄື ວັນທີ 23 ມີນາ ປີ 2013, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວປາຖະກະຖາຢູ່ສະຖາບັນການພົວພັນສາກົນມົສກູຂອງຣັດເຊຍ, ທ່ານໄດ້ສະເໜີແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຕໍ່ທົ່ວໂລກເປັນຄັ້ງທຳອິດ. ໃນປີດຽວກັນ, ທ່ານຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວໃນເວລານັ້ນ ໄດ້ເດີນທາງມາຢ້ຽມຢາມປະເທດຈີນ. ສອງຝ່າຍໄດ້ຮ່ວມກັນສະເໜີໃນຖະແຫຼງການຮ່ວມວ່າ: ຈີນ ແລະ ລາວ ເປັນ “ຄູ່ຮ່ວມຊາຕາກຳທີ່ມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ”. ໃນປີ 2019, ຈີນ ແລະ ລາວໄດ້ຮ່ວມກັນລົງນາມໃນ “ແຜນດຳເນີນງານລະຫວ່າງພັກຄອມມູນິດຈີນກັບພັກປະຊາຊົນປະຕິວັດລາວກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ” ເຊິ່ງໄດ້ກາຍເປັນເອກະສານການຮ່ວມມືສະບັບທຳອິດກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ລົງນາມໂດຍການນຳສູງສຸດຂອງສອງປະເທດ. ຫຼັງຈາກນັ້ນ, ຜູ້ນຳສອງປະເທດຈີນ ແລະ ລາວໄດ້ຈັດການພົບປະກັນຫຼາຍຄັ້ງ, ລົງເລິກຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ເຂົ້າສູ່ລວງເລິກຢ່າງແທ້ຈິງ. ການເຊື່ອມຕໍ່ທາງດ້ານຍຸດທະສາດທີ່ນຳພາໂດຍການນຳຂັ້ນສູງ ໄດ້ຊີ້ທິດເຍືອງທາງຢ່າງຈະແຈ້ງຕໍ່ການຮ່ວມມືສອງປະເທດ ແລະ ໄດ້ສ້າງພື້ນຖານການເມືອງອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະເທດບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຢູ່ລາວ.
ການຮ່ວມມືຕົວຈິງໃນຂົງເຂດເສດຖະກິດລະຫວ່າງຈີນກັບລາວ ເປັນຜົນງານອັນສຳຄັນຂອງການຈັດຕັ້ງປະຕິບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກໍາຢູ່ລາວ. ຈີນໄດ້ຄອງຖານະເປັນປະເທດທີ່ມີການລົງທຶນໃຫຍ່ອັນດັບໜຶ່ງ ແລະ ຄູ່ການຄ້າໃຫຍ່ອັນດັບສອງຂອງລາວຫຼາຍປີຕິດຕໍ່ກັນ. ໃນຫຼາຍປີມານີ້, ການຮ່ວມມືລະຫວ່າງຈີນກັບລາວໃນຂົງເຂດຄົມມະນາຄົມ, ຄວາມສາມາດການຜະລິດ, ກະສິກຳ, ການທ່ອງທ່ຽວ, ວັດທະນະທຳ ແລະຂົງເຂດອື່ນໆ ໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນທີ່ອຸດົມສົມບູນ. ຍົກຕົວຢ່າງຄື: ການສ້າງແລວເສດຖະກິດຈີນ-ລາວ, ການດຳເນີນທຸລະກິດຂອງເຂດເສດຖະກິດພິເສດໄຊເສດຖາກວມລວມ, ໂຄງການປັບປຸງໂຮງໝໍຫຼວງພະບາງ, ໂຄງການພັດທະນາພະລັງງານສະອາດ ແລະອື່ນໆ. ໂຄງການຮ່ວມມືເຫຼົ່ານີ້ບໍ່ພຽງແຕ່ໄດ້ຍົກລະດັບພື້ນຖານໂຄງລ່າງຂອງລາວເທົ່ານັ້ນ, ຍັງໄດ້ສ້າງໂອກາດໃນການສ້າງວຽກເຮັດງານທຳຈຳນວນຫຼວງຫຼາຍໃຫ້ແກ່ທ້ອງຖິ່ນດັ່ງກ່າວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນອີກດ້ວຍ. ປະຊາຊົນລາວໄດ້ຮັບຮູ້ເຖິງຜົນປະໂຫຍດທີ່ໄດ້ຈາກການຮ່ວມມືຈີນ-ລາວ ແລະ ມີຄວາມເຫັນດີນຳແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນັບມື້ນັບເພີ່ມຂຶ້ນ.
ການສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຜົນງານທີ່ເປັນສັນຍາລັກຂອງການຈັດຕັ້ງປະຕິບັດແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ລາວ. ທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ເຮັດໃຫ້ລາວຫັນຈາກ“ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດເຊື່ອມໂຍງເຊື່ອມຈອດ” ເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳລະຫວ່າງສອງປະເທດຢ່າງຂະໜາດໃຫຍ່ອີກດ້ວຍ. ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໄດ້ເຮັດໃຫ້ສິນຄ້າຈາກລາວສາມາດເຂົ້າສູ່ຕະຫຼາດໃນປະເທດຈີນຢ່າງສະດວກສະບາຍກວ່າເກົ່າ, ພ້ອມກັນນັ້ນ ຍັງໄດ້ສ້າງໂອກາດໃນການຫາວຽກເຮັດງານທຳທີ່ຫຼາຍກວ່າເກົ່າ ແລະ ພື້ນທີ່ດຳເນີນທຸລະກິດທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ປະຊາຊົນລາວ. ນອກນີ້, ທາງລົດໄຟສາຍນີ້ຍັງໄດ້ຊຸກຍູ້ການພັດທະນາດ້ານການທ່ອງທ່ຽວຢູ່ລຽບຕາມເສັ້ນທາງດັ່ງກ່າວອີກດ້ວຍ.
ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວເຄີຍໃຫ້ສຳພາດຕໍ່ນັກຂ່າວວ່າ: ຜ່ານຈາກໂຄງການຮ່ວມມືຕ່າງໆລະຫວ່າງລາວກັບຈີນ, ປະຊາຊົນລາວໄດ້ຮັບຮູ້ເຖິງຄວາມໝາຍຂອງແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເລິກເຊິ່ງ. ຄືດັ່ງກັບຄຳເວົ້າຂອງທ່ານປະທານສີຈິ້ງຜິງທີ່ວ່າ: “ໂລກນີ້ພັດທະນາໃຫ້ດີແລ້ວ, ຈີນຈຶ່ງສາມາດພັດທະນາໃຫ້ດີ; ຈີນພັດທະນາໃຫ້ດີແລ້ວ, ໂລກນີ້ຈຶ່ງສາມາດດີຂຶ້ນກວ່າເກົ່າ.”
ໃນອະນາຄົດ, ຈີນ ແລະ ລາວຈະສືບຕໍ່ຮ່ວມມືກັນກ້າວໄປຂ້າງໜ້າ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຮ່ວມກັນຊຸກຍູ້ແນວຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ແຕກດອກອອກຜົນຍິ່ງຂຶ້ນໃນຫຼາຍຂົງເຂດກວ່າເກົ່າ ແລະ ໃນລະດັບທີ່ເລິກເຊິ່ງກວ່າເກົ່າ ເພື່ອສ້າງອະນາຄົດອັນດີງາມກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.