ເວທີປຶກສາຫາລືຂັ້ນສູງຄັງປັນຍາຈີນ-ກໍາປູເຈຍຄັ້ງທີ 4 ທີ່ຈະດໍາເນີນເປັນເວລາ 2 ວັນໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກໍາປູເຈຍໃນວັນທີ 24 ມີນານີ້. ຫົວຂໍ້ຕົ້ນຕໍຂອງເວທີປຶກສາຫາລືຄັ້ງນີ້ແມ່ນ “ຂອບການຮ່ວມມື 6 ດ້ານ: ຂຽນໜ້າປະຫວັດສາດໃໝ່ແຫ່ງຄູ່ຮ່ວມຊາຕາກໍາຈີນ-ກໍາປູເຈຍໃນຍຸກໃໝ່”, ຜູ້ຊ່ຽວຊານ ແລະ ນັກວິຊາການຮ້ອຍກວ່າຄົນຈາກຄັງປັນຍາ ແລະ ວົງການວິຊາການຂອງສອງປະເທດຈີນ-ກໍາປູເຈຍໄດ້ລົງເລິກປຶກສາຫາລືທີ່ປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຮ່ວມມືໃນພາກພື້ນ, ການສ້າງແລວເສດຖະກິດ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ການແລກປ່ຽນດ້ານວັດທະນະທໍາ ເປັນຕົ້ນ.
ເວທີປຶກສາຫາລືຂັ້ນສູງຄັງປັນຍາຈີນ-ກໍາປູເຈຍ ເປັນກອງປະຊຸມລະດັບສາກົນທີ່ຮ່ວມກັນສ້າງຂຶ້ນໂດຍ ສະຖາບັນວິທະຍາສາດສັງຄົມຈີນ ແລະ ສະຖາບັນຄົ້ນຄວ້າພະລາຊະວັງກໍາປູເຈຍ, ເຊິ່ງຈັດຂຶ້ນໂດຍກອງເລຂາສະພາມົນຕີຄັງປັນຍາຂັ້ນສູງແຫ່ງຊາດທີ່ສັງກັດສະຖາບັນວິທະຍາສາດສັງຄົມຈີນ ແລະ ສະຖາບັນຄົ້ນຄວ້າການພົວພັນສາກົນທີ່ສັງກັດສະຖາບັນຄົ້ນຄວ້າພະລາຊະວັງກໍາປູເຈຍ, ໂດຍຈັດຂຶ້ນທຸກໆ 2 ປີ.