ວັນທີ 24 ມີນານີ້, ກະຊວງການຕ່າງປະເທດລາວໄດ້ປະກາດແຈ້ງການວ່າ: ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວຈະເດີນທາງໄປເມືອງໂປອາວແຂວງໄຫຫຼຳຂອງຈີນເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ 2025 ໃນລະຫວ່າງວັນທີ 26-28 ມີນານີ້.
ໂດຍຕອບສະໜອງຕາມຄຳເຊີນຂອງເລຂາທິການໃຫຍ່ເວທີປຶກສາຫາລືອາຊີໂປອາວ, ທ່ານສອນໄຊ ສີພັນດອນພ້ອມດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງຈະເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ 2025 ທີ່ຈະຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳຈີນໃນລະຫວ່າງວັນທີ 26-28 ມີນານີ້ ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດລາວ-ຈີນ ແລະ ສ້າງເງື່ອນໄຂທີ່ດີໃຫ້ແກ່ການຮ່ວມມືດ້ານເສດຖະກິດພາກພື້ນແລະສາກົນ.