ວັນທີ 21 ມີນາ 2025, ພິທີເປີດກິດຈະກຳ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ຂອງແຂວງຢຸນນານໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ທ່ານຫຼຽງຈ້ຽນຈຸ່ນ ຮອງຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມພິທີຜ່ານທາງວີດີໂອ ແລະ ກ່າວຄຳປາໄສ.
ທ່ານຫຼຽງຈ້ຽນຈຸ່ນກ່າວວ່າ: ພາຍໃຕ້ການຊີ້ນຳຈາກຍຸດທະສາດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ກໍຄືຜູ້ນຳປະເທດລ່ອງແມ່ນ້ຳຂອງ, ຈີນ ແລະ ປະເທດລ່ອງແມ່ນ້ຳຂອງໄດ້ສ້າງສາຍພົວພັນຄູ່ຮ່ວມຊາຕາກຳສອງຝ່າຍ ແລະ ຫຼາຍຝ່າຍ, ກ້າວຢູ່ໃນແຖວໜ້າແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ບັນດາປະເທດປະຕິບັດຕາມຈິດໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄື “ຖືເອົາການພັດທະນາເປັນບຸລິມະສິດ ເປິກສາຫາລືຢ່າງສະເໝີພາບກັນ ຕິດແທດຕົວຈິງ ມີປະສິດທິພາບສູງ ເປີດປະຕູສູ່ພາຍນອກ ແລະ ໂອບເອື້ອອາລີ”, ໄດ້ສ້າງ “ແບບຢ່າງສີຄຳ” ໃນການຮ່ວມມືພາກພື້ນ. ໃນໄລຍະ 1 ປີຜ່ານມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຄວາມຄືບໜ້າຢ່າງຫຼວງຫຼາຍ, ນາຍົກລັດຖະມົນຕີ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕົ້າໂຮມກັນຢູ່ນະຄອນຄຸນໝິງ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຮ່ວມກັນເປິກສາຫາລືກ່ຽວກັບແຜນການພັດທະນາ. ມູນຄ່າການຄ້າລະຫວ່າງຈີນກັບປະເທດລ່ອງແມ່ນ້ຳຂອງໄດ້ເພີ່ມຂຶ້ນເປັນ 437 ຕື້ໂດລາ, ເພີ່ມຂຶ້ນ 125% ເມື່ອທຽບໃສ່ໄລຍະກ່ອນການສ້າງກົນໄກຮ່ວມມືດັ່ງກ່າວ. ປັນຍາປະດິດ ແລະ ຖານຂໍ້ມູນໃຫຍ່ໄດ້ເລັ່ງຄວາມໄວແຫ່ງການພັດທະນາແບບດີຈິຕອນ ແລະ ສີຂຽວຂອງອຸດສາຫະກຳໃນພາກພື້ນ, “ໂຄງການນ້ຳສະອາດ” ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສະໜອງນ້ຳດື່ມສະອາດໃຫ້ແກ່ປະຊາຊົນຫຼາຍກວ່າ 1 ໝື່ນຄົນຢູ່ເຂດຊົນນະບົດຂອງປະເທດລ່ອງແມ່ນ້ຳຂອງ, “ວີຊາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ທີ່ຈີນນຳສະເໜີນັ້ນ ໄດ້ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນໃນພາກພື້ນ. ເກມ “ແບລກສະມິສ ຫຼື ຫງໍຄົງ” ແລະ ຮູບເງົາກາຕູນ “ນາຈາ 2” ເຮັດໃຫ້ປະຊາຊົນໄດ້ຊົມໃຊ້ງານມະໂຫລານວັດທະນະທຳ, ໄດ້ເຫັນເຖິງອະນາຄົດທີ່ສະຫວ່າງສະໄຫວຂອງກຳລັງການຜະລິດໃນຄຸນນະພາບໃໝ່. ບັນດາປະເທດໄດ້ຮ່ວມກັນປາບປາມອາດຊະຍາກຳຂ້າມຊາດຕ່າງໆ ເຊັ່ນ: ການພະນັນທາງອິນເຕີເນັດ, ການສໍ້ໂກງຊັບທາງໂທລະຄົມ ແລະອື່ນໆ, ໄດ້ຊ່ວຍເຫຼືອຫຼາຍຄົນທີ່ຖືກຫຼອກລວງ ແລະ ຖືກລັກພາຕົວ.
ທ່ານຫຼຽງຈ້ຽນຈຸ່ນກ່າວເນັ້ນໜັກວ່າ: ປີນີ້ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະກ້າວເຂົ້າສູ່ປີທີ 10. ຈີນຈະປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງເດັດດ່ຽວໜຽວແໜ້ນ, ຍິນດີຮ່ວມກັບບັນດາປະເທດລ່ອງແມ່ນ້ຳຂອງ, ລົງເລິກການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ຕັ້ງໜ້າສ້າງ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2.0”, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການປ້ອງກັນສະພາບແວດລ້ອມທີ່ມີສັນຕິພາບ ແລະ ສະຖຽນລະພາບ ກໍຄື ທ່າອ່ຽງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ທ່ານສວີຮ້າວ ຮອງເຈົ້າແຂວງແຂວງຢຸນນານ ພ້ອມດ້ວຍກົງສຸນໃຫຍ່ຂອງ 5 ປະເທດລ່ອງແມ່ນ້ຳຂອງປະຈຳຄຸນໝິງ ລວມທັງໝົດ 100 ກວ່າຄົນໄດ້ເຂົ້າຮ່ວມພິທີເປີດກິດຈະກຳດັ່ງກ່າວ.