ຈັດ​ພິ​ທີ​ເປີດ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ “ສັບ​ປະ​ດາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ປີ 2025 ຢູ່​ນະ​ຄອນ​ເສີງ​ຕູ່

lmcchina.org, March 25, 2025
Size:

ວັນທີ 18 ມີນາ 2025, ພິທີເປີດກິດຈະກຳສະເຫຼີມສະຫຼອງ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ພາຍໃຕ້ຫົວຂໍ້ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ມີຫຼາກຫຼາຍສີສັນ·ເຕົ້າໂຮມກັນຢູ່ເສີງຕູ່” ໄດ້ຈັດຂຶ້ນຢ່າງເປັນທາງການ. ພະນັກງານສະຖານກົງສຸນໄທປະຈຳນະຄອນເສີງຕູ່, ຫ້ອງການພົວພັນຕ່າງປະເທດ ແລະ ເຈົ້າໜ້າທີ່ພະແນກສຶກສາແຂວງເສສວນ ພ້ອມດ້ວຍຜູ້ຕາງໜ້າຄູອາຈານ ແລະ ນັກສຶກສາຕ່າງປະເທດຂອງມະຫາວິທະຍາໄລເສີງຕູ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ປີ 2025 ແມ່ນປີທີ່ດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 10 ປີ, ນັບແຕ່ວັນທີ 17 ຫາ 23 ມີນານີ້ ແມ່ນ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄັ້ງທີ 8. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ກິດຈະກຳສະເຫຼີມສະຫຼອງຄັ້ງນີ້ ຈະເລີ່ມແຕ່ວັນທີ 18 ມີນາໄປຮອດເດືອນເມສາປີນີ້, ຕົ້ນຕໍລວມມີການວາງສະແດງວີດີໂອສັ້ນ ພາບຖ່າຍ ແລະ ນະວະນິຍາຍ, ຄ້າຍແລກປ່ຽນຊາວໜຸ່ມປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຈະ ເຊີນຊາວໜຸ່ມ 5 ປະເທດລ່ອງແມ່ນ້ຳຂອງໄປຢ້ຽມຢາມແຂວງເສສວນໂດຍແບ່ງເປັນຫຼາຍຊຸດ ຜ່ານຈັດກິດຈະກຳຕ່າງໆ ເຊັ່ນ: ຮຽນພາສາຈີນ, ທັດສະນະສຶກສາ, ງານສົນທະນາ, ຄົ້ນຄວ້າຮ່ຳຮຽນມໍລະດົກວັດທະນະທຳນາມມະທຳ, ອ່ານບົດກະວີ ແລະ ກາບກອນ, ທ່ຽວຊົມແຫຼ່ງທ່ອງທ່ຽວວັດທະນະທຳ ແລະອື່ນໆ.