ຈັດ​ກິດ​ຈະ​ກຳ “ສັບ​ປະ​ດາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ປີ 2025 ແລະ ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ສຳ​ລັບ​ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

lmcchina.org, March 25, 2025
Size:

ວັນທີ 19 ມີນາ 2025, ກິດຈະກຳ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ແລະ ກິດຈະກຳແລກປ່ຽນວັດທະນະທຳສຳລັບທູຕານຸທູດຕ່າງປະເທດປະຈຳຈີນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຝ່າຍເຈົ້າພາບໄດ້ເຊື້ອເຊີນທູຕານຸທູດ 24 ທ່ານທີ່ມາຈາກ 15 ປະເທດມາທັດສະນະສຶກສາຢູ່ຫໍສຳຜັດປະຊາຄົມຮ່ວມຊາຕາກຳປະຊາຊາດຈີນ, ລົງເລິກຮັບຮູ້ກ່ຽວກັບປະຫວັດການດຳເນີນວຽກງານຊົນເຜົ່າໃນຮອບ 100 ປີຜ່ານມາຂອງພັກຄອມມູນິດຈີນ ພ້ອມທັງສຳຜັດກັບໂຄງການວັດທະນະທຳຊົນເຜົ່າ.

ໃນໄລຍະຈັດກິດຈະກຳຄັ້ງນີ້, ທ່ານນາງເດືອນສິບ ປັດທະມະສູນທອນ ຄັລເລນ ທີ່ເປິກສາຂັ້ນອັກຄະລັດຖະທູດໄທປະຈຳຈີນກ່າວເນັ້ນວ່າ: ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີສາຍສຳພັນທີ່ເລິກເຊິ່ງໃນດ້ານວັດທະນະທຳ, ໂດຍສະເພາະໃນດ້ານສິລະປະ, ເຕັກນິກ, ຮີດຄອງປະເພນີແບບດັ້ງເດີມ ແລະ ເຄື່ອງນຸ່ງຫົ່ມທີ່ມີຫຼາຍຢ່າງຄ້າຍຄືກັນ. ທ່ານນາງເດືອນສິບກ່າວຕື່ມວ່າ: “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຊື່ອມຈອດພວກເຮົາ ເໝືອນດັ່ງຄອບຄົວໃຫຍ່, ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ສະໜອງເວທີລ້ຳຄ່າໃຫ້ແກ່ບັນດາປະເທດໃນການແບ່ງປັນບົດຮຽນ ແລະ ດຳເນີນພຶດຕິກຳທີ່ດີທີ່ສຸດ.”

ທ່ານ ປາເຊັນ ນາຈິບ ເອກອັກຄະລັດຖະທູດມານດິຟປະຈຳຈີນກ່າວວ່າ: “ກິດຈະກຳທັດສະນະສຶກສາໃນມື້ນີ້ແມ່ນໜ້າສົນໃຈຫຼາຍ, ພວກເຮົາໄດ້ລົງເລິກຮັບຮູ້ວ່າ: ລັດຖະບານຈີນເຮັດແນວໃດຈຶ່ງຮັບປະກັນໃຫ້ບັນດາຊົນເຜົ່າລ້ວນແຕ່ຕັ້ງໜ້າເຂົ້າຮ່ວມການສ້າງສາປະເທດຊາດ. ວິທີການຄືແນວນີ້ມີແຮງບັນດານໃຈຫຼາຍ.”

ຫຼັງຈາກຢ້ຽມຊົມຫໍສຳຜັດແລ້ວ, ທ່ານມາຣິໂອ ອັນຊຸກາເຣ ໂຣດຣິເກັສ ຮອງຜູ້ວ່າການສະຖານທູດກູບາປະຈຳຈີນກ່າວວ່າ: ເຖິງວ່າຊົນເຜົ່າສ່ວນໜ້ອຍຈຳນວນໜຶ່ງອາໄສຢູ່ເຂດຫ່າງໄກສອກຫຼີກ, ແຕ່ລັດຖະບານຈີນ ໄດ້ສຸມຄວາມພະຍາຍາມຢ່າງສຸດຂີດເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ. “ພັກຄອມມູນິດຈີນຍຶດໝັ້ນຖືເອົາປະຊາຊົນເປັນໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ເຕົ້າໂຮມ 56 ຊົນເຜົ່າໃຫ້ສາມັກຄີກັນ, ຮ່ວມກັນບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.”

ທ່ານນາງເນຍ ເອວີ ຣາມາວາຕີ ທີ່ເປິກສາລະດັບອັກຄະລັດຖະທູດຂອງສະຖາທູດອິນໂດເນເຊຍປະຈຳຈີນຊີ້ອອກວ່າ: ຄະຕິເຕືອນໃຈປະຈຳຊາດຂອງອິນໂດເນເຊຍແມ່ນ “ສະແຫວງຫາຄວາມເຫັນທີ່ເປັນເອກະພາບກັນ ໃນຂະນະທີ່ສະຫງວນຄວາມເຫັນທີ່ແຕກຕ່າງກັນ”, ແນວຄິດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເປັນຢ່າງດີຢູ່ຈີນ.

ທ່ານ ຄລາວດີອູ ມີຮາອິວ ໂຟລຣຽນ ອັກຄະລັດຖະທູດຣູມານີປະຈຳຈີນກ່າວວ່າ: ຂີດໝາຍຂອງປະເທດເຂັ້ມແຂງ ແມ່ນຂຶ້ນຢູ່ກັບການເຄົາລົບຊົນເຜົ່າສ່ວນໜ້ອຍ ແລະ ໄດ້ຮັບຄວາມເຄົາລົບຈາກຊົນເຜົ່າສ່ວນໜ້ອຍ, ຈີນໄດ້ເປັນຕົວຢ່າງທີ່ດີໃນເລື່ອງນີ້. ທ່ານກ່າວຕື່ມວ່າ: “56 ຊົນເຜົ່າຂອງຈີນແມ່ນເປັນຊັບສົມບັດທີ່ລ້ຳຄ່າ, ການມີສະຕິຕື່ນຕົວຕໍ່ເລື່ອງນີ້ແມ່ນສະຫຼາດທີ່ສຸດ.”