ທ່ານ ຫຼີສຽງ ເຂົ້າຮ່ວມ ແລະ ກ່າວຄໍາປາໄສຕໍ່ພິທີໄຂກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນປະຈໍາປີ 2025

CGTN, March 24, 2025
Size:

ຕອນເຊົ້າວັນທີ 23 ມີນານີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສຕໍ່ພິທີໄຂກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນປະຈໍາປີ 2025. 

ໃນໂອກາດນີ້, ທ່ານ ຫຼີສຽງ ກ່າວວ່າ: ການພັດທະນາເປັນຫົວຂໍ້ຫຼັກແບບຖາວອນຂອງສັງຄົມມະນຸດ. ກ່ຽວກັບການພັດທະນາເສດຖະກິດຂອງຈີນ, ແມ່ນສາມາດສັງເກດຈາກ 3 ແງ່ມູມ ຄື: 1, ໃນໄລຍະບຸນກຸດຈີນ, ຕະຫຼາດການບໍລິໂພກຕ່າງໆຂອງຈີນເຊັ່ນ: ການບໍລິໂພກໃນຕະຫຼາດຮູບເງົາຈີນ, ອຸດສາຫະກໍາລະດູໜາວ, ວັດທະນະທໍາ ແລະ ການທ່ອງທ່ຽວ ເປັນຕົ້ນໄດ້ປະກົດມີຈຸດພົ້ນເດັ່ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງກໍາລັງບົ່ມຊ້ອນອັນມະຫາສານຂອງຮອບວຽນເສດຖະກິດພາຍໃນຂອງຈີນ. 2, ຈີນໄດ້ວາງເປົ້າໝາຍການເຕີບໂຕດ້ານເສດຖະກິດຂອງປີນີ້ໃຫ້ຢູ່ໃນລະດັບປະມານ 5%, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຢ່າງເດັດດ່ຽວຂອງຈີນທີ່ມີຕໍ່ຄວາມສາມາດການປົກຄອງ ກໍຄືກໍາລັງບົ່ມຊ້ອນດ້ານການພັດທະນາໃນອະນາຄົດຂອງຕົນ. 3, ປັດຈຸບັນ, ເສດຖະກິດໂລກພວມປະເຊີນໜ້າກັບບັນຫາຜັນແຍກຕື່ມອີກ ແລະ ມີປັດໄຈທີ່ບໍ່ໝັ້ນທ່ຽງ ແລະ ຄວາມບໍ່ແນ່ນອນເພີ່ມຂຶ້ນ, ພາຍໃຕ້ສະພາບການດັ່ງກ່າວ, ຍິ່ງຕ້ອງການໃຫ້ປະເທດຕ່າງໆເປີດກວ້າງຕະຫຼາດ, ວິສາຫະກິດຮ່ວມກັນຊົມໃຊ້ຊັບພະຍາກອນ, ຮ່ວມມືກັນຕ້ານກັບຄວາມສ່ຽງ ແລະ ສິ່ງທ້າທາຍ ເພື່ອບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ.