ເລ​ຂາ​ທິ​ການ​ອາ​ຊຽນ​ກ່າ​ວ​ວ່າ: ການ​ຮ່ວມ​ມື​ອາ​ຊຽນ-​ຈີນ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ດ້ານ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ຮ່ວມ​ຊາ​ຕາ​ກຳ​ໃຫ້​ແກ່​ໂລກ

CGTN, March 24, 2025
Size:

ໃນເວລາໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໃນຫວ່າງມໍ່ໆມານີ້, ທ່ານຄາວຄິມໂຮນ ເລຂາທິການອາຊຽນກ່າວວ່າ: ອາຊຽນ-ຈີນມີຜົນງານອັນອຸດົມສົມບູນໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ, ການກໍ່ສ້າງພື້ນຖານໂຄງລ່າງ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການແລກປ່ຽນດ້ານວັດທະນະທຳ ແລະອື່ນໆ, ເຊິ່ງໄດ້ກາຍເປັນແບບຢ່າງດ້ານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະຮ່ວມຊາຕາກຳໃຫ້ແກ່ພາກພື້ນອາຊີ-ປາຊີຟິກ ກໍຄືທົ່ວໂລກ.

ທ່ານກ່າວຕື່ມວ່າ: ໃນອະນາຄົດທີ່ບໍ່ດົນນີ້, ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນຈະກ້າວເຂົ້າສູ່ໜ້າໃໝ່ໃນປະຫວັດສາດ, ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະກວມລວມບັນດາຂົງເຂດ, ໂດຍສະເພາະແມ່ນຂົງເຂດແບບບໍ່ແມ່ນດັ້ງເດີມ ຄື: ເສດຖະກິດດີຈີຕອນເປັນຕົ້ນຈະໄດ້ຮັບໂອກາດຮ່ວມມືຫຼາຍກວ່າເກົ່າ, ເຊິ່ງຈະຊຸກຍູ້ໃຫ້ການໄປມາຫາສູ່ກັນດ້ານການຄ້າລະຫວ່າງອາຊຽນ-ຈີນມີຄວາມທັນສະໄໝ.