ວັນທີ 21 ມີນານີ້, ພິທີເປີດງານ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2025 ແຂວງຢຸນໜານໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນໜານຈີນ. ປີນີ້, ແຂວງຢຸນໜານຈະສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 29ໂຄງການໃນ 4 ຂົງເຂດໃຫຍ່ຄື: ການແລກປ່ຽນດ້ານວັດທະນະທຳ, ການຮ່ວມມືດ້ານເສດຖະກິດການຄ້າເຕັກໂນໂລຊີ, ຄວາມປອດໄພຂ້າມຊາຍແດນແລະການເຊື່ອມຕໍ່ດ້ານນະໂຍບາຍ.
ໃນງານແລກປ່ຽນຄວາມເຫັນທີ່ມີຫົວຂໍ້ “ຮ່ວມກັນສົນທະນາກ່ຽວກັບມິດຕະພາບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຂອງພິທີເປີດງານ, ມີຊາວໜຸ່ມ 4 ຄົນທີ່ມາຈາກລາວ,ຈີນ, ຫວຽດນາມແລະມຽນມາໄດ້ແບ່ງປັນເລື່ອງລາວລະຫວ່າງຕົນກັບແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ຄົນທັງຫຼາຍຟັງ.