ໂຮມຊຸມນຸມສະເຫຼີມສະຫຼອງ 70 ປີວັນສ້າງຕັ້ງພັກປປລາວ

CGTN, March 24, 2025
Size:

ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກປປລາວ) (22 ມີນາ 1955 – 22 ມີນາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 22 ມີນານີ້ ທີ່ຫໍປະຊຸມແຫ່ງຊາດໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ພ້ອມດວ້ຍບັນດາການນຳພັກ,ລັດ ແຂກຖືກເຊີນທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.

ກ່ອນກ້າວເຂົ້າສູ່ພິທີທາງການ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສາລະຄະດີ 70 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກປປລາວ,ຈາກນັ້ນ,ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດໄດ້ກ່າວຈຸດປະສົງຂອງພິທີ,ຕິດຕາມດວ້ຍສະຫາຍ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວສູນທອນພົດເພື່ອຫວນຄືນມູນເຊື້ອ,ຜົນງານແລະໄຊຊະນະທີ່ຍາດມາໄດ້ພາຍໃຕ້ການຊີ້ນຳແລະນຳພາຂອງພັກປປລາວຕະຫຼອດ 70 ປີຜ່ານມາແລະເພື່ອສືບຕໍ່ເສີມຂະຫຍາຍ ພາລະກໍາປະຫວັດສາດອັນຍິ່ງໃຫຍ່  ແລະ  ການສືບຕໍ່ພາລະກິດປະຕິວັດຂອງພັກປປລາວໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະ ມີໄຊ,ສະຫາຍທອງລຸນສີສຸລິດໄດ້ຕາງໜ້າສູນກາງພັກ, ການນຳ ພັກ-ລັດ ຮຽກຮ້ອງມາຍັງ ບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ຈົ່ງອອກແຮງຖະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາຊິກພັກໃຫ້ສູງຂຶ້ນ.

ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ຍັງໄດ້ຈັດໃຫ້ມີການຂຶ້ນກ່າວສະແດງຄວາມຮູ້ສຶກຂອງຜູ້ຕາງໜ້າກຳລັງປະກອບອາວຸດ, ຜູ້ຕາງໜ້າຊາວຜູ້ອອກແຮງງານ ແລະ ຊາວໜຸ່ມລາວ ຕໍ່ພັກ ກໍຄື 70 ປີ ພາຍໃຕ້ການນໍາພາຂອງພັກ ປປລາວ.

ແຫຼ່ງຂ່າວຈາກ: CGTN