ທ່ານ ເກົ່າເວີ້ຍ: ການປາບປາມການສໍ້ໂກງ​ຊັບທາງໂທລະຄົມຂ້າມ​ຊາດຕ້ອງອາໄສການປົກຄອງດ້ວຍກົດໝາຍເພື່ອບັນລຸການບຸກທະລຸ

lmcchina.org, March 23, 2025
Size:

ການສໍ້ໂກງຊັບທາງໂທລະຄົມ ແລະ ອາດຊະຍາກຳຂ້າມຊາດອື່ນໆມີລັກສະນະແຜ່ລາມ, ເຮັດແນວໃດຈຶ່ງຈະສາມາດປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງຈີນໄດ້ໂດຍຜ່ານການຮ່ວມມືດ້ານການບັງຄັບໃຊ້ກົດໝາ? ທ່ານ ເກົ່າເວີ້ຍ, ສະມາຊິກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ທັງເປັນຫົວໜ້າພະແນກວິທະຍາສາດສັງຄົມ ມະຫາວິທະຍາໄລຢູນນານ ໄດ້ຂຽນບົດຄວາມລົງໜັງສືພິມ ປະເທດຈີນລາຍວັນ (China Daily) ໃນວັນທີ 11 ມີນາ 2025 ວ່າ: ຄວນສ້າງກົນໄກການຈັດການບັນຫາອາດຊະຍາກຳຂ້າມຊາດໃນພາກພື້ນພາຍໃຕ້ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ແລະ ສັນຍາສອງຝ່າຍ ເພື່ອເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍດ້ານກົດໝາຍເພື່ອຮັບປະກັນການປາບປາມອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ.

ບົດຄວາມດັ່ງກ່າວໄດ້ສະເໜີວ່າ: ການຈັດການບັນຫາອາດຊະຍາກຳຂ້າມຊາດປະເພດຕ່າງໆ ເຊັ່ນ: ການສໍ້ໂກງຊັບທາງໂທລະຄົມ ຕ້ອງສ້າງກົນໄກໄລຍະຍາວຂຶ້ນ, ຊຸກຍູ້ການຮ່ວມມືດ້ານກົດໝາຍໃນພາກພື້ນ ແລະ ສ້າງກົນໄກປະສານງານໃນການຮ່ວມມືດ້ານກົດໝາຍຢູ່ພາກພື້ນທີ່ເກີດອາດຊະຍາກຳຂ້າມຊາດ, ຕົວຢ່າງ: ສາມາດເຊັນສັນຍາຫຼາຍຝ່າຍກ່ຽວກັບການຈັດການດ້ານອາດຊະຍາກຳຂ້າມຊາດສະເພາະບາງປະເພດພາຍໃຕ້ຂອບການຮ່ວມມື LM. ໃນຂອບສັນຍາຫຼາຍຝ່າຍ ຕ້ອງມີການກຳນົດຢ່າງຈະແຈ້ງກ່ຽວກັບພັນທະລະອຽດ ແລະ ວິທີປະຕິ ບັດຂອງປະເທດທີ່ກ່ຽວຂ້ອງໃນດ້ານການປາບປາມອາດຊະຍາກຳຂ້າມຊາດຮ່ວມກັນ, ໂດຍສະ ເພາະຄວນມີການກຳນົດລະອຽດກ່ຽວກັບການເຄື່ອນໄຫວທາງການເມືອງແລະລະບຽບກົດໝາຍທີ່ກ່ຽວຂ້ອງທີ່ບາງປະເທດຄວນປະຕິບັດ ພ້ອມທັງບັນລຸຄວາມທົ່ວເຖິງກັນ ແລະ ເປັນເອກະພາບກັນໃນລະດັບພາກພື້ນ ໃນດ້ານການຕີລາຄາທາງກົດໝາຍ ກ່ຽວກັບອາດຊະຍາກຳຂ້າມຊາດບາງປະເພດ. ພ້ອມດຽວກັນນີ້, ຕໍ່ກັບບາງເຂດແຄວ້ນທີ່ມີບັນຫາອາດຊະຍາກຳຂ້າມຊາດຂ້ອນຂ້າງພົ້ນເດັ່ນຂຶ້ນນັ້ນ,ປະເທດຈີນສາມາດເຊັນສັນຍາສອງຝ່າຍກັບບາງປະເທດທີ່ກ່ຽວຂ້ອງ ໂດຍມີການກຳນົດຢ່າງຈະແຈ້ງກ່ຽວກັບການລົງໂທດຜູ້ຕ້ອງສົງໄສທີ່ຖືສັນຊາດຈີນ ແລະ ການສົ່ງຜູ້ຮ້າຍຂ້າມແດນໃນເຂດແຄວ້ນດັ່ງກ່າວ ເພື່ອຊ່ວຍເຫຼືອ ແລະ ປົກປ້ອງຜູ້ຖືກເຄາະຮ້າຍທີ່ຖືສັນຊາດຈີນໃນເຂດແຄວ້ນດັ່ງກ່າວ ແລະຮັບປະກັນວ່າການກະທຳຜິດຕ້ອງໄດ້ຖືກລົງໂທດແບບເປັນຕ່ອງໂສ້, ໃນຂະນະດຽວກັນ ສິດຜົນປະໂຫຍດອັນຊອບທຳຂອງຜູ້ຖືກເສຍຫາຍ ແລະຜູ້ຖືກ ເຄາະຮ້າຍກໍຕ້ອງໄດ້ຮັບການປົກປ້ອງເຊັ່ນດຽວກັນ.