ຈີນປະກາດໃຊ້ “ກົດລະບຽບຂອງລັດຖະບານວ່າດ້ວຍການແກ້ໄຂຄວາມຂັດແຍ້ງດ້ານຊັບສິນທາງປັນຍາກັບພາຍນອກ”

CGTN, March 20, 2025
Size:

ເມື່ອບໍ່ດົນມານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ລົງນາມໃນດຳລັດປະກາດໃຊ້  “ກົດລະບຽບຂອງລັດຖະບານວ່າດ້ວຍການແກ້ໄຂຄວາມຂັດແຍ້ງດ້ານຊັບສິນທາງປັນຍາກັບພາຍນອກ” ເຊິ່ງຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພາປີນີ້ເປັນຕົ້ນໄປ. ກົດລະບຽບດັ່ງກ່າວມີ 18 ມາດຕາ ເຊິ່ງເນື້ອໃນຕົ້ນຕໍລວມມີດັ່ງນີ້:

ໜຶ່ງ, ເພີ່ມທະວີການບໍລິການ. ກົດລະບຽບດັ່ງກ່າວໄດ້ກຳຈົດຢ່າງຈະແຈ້ງວ່າ: ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຈະເພີ່ມທະວີການບໍລິການ ແລະ ການຕັກເຕືອນໃນການຄົ້ນຫາຂໍ້ມູນຂ່າວສານຊັບສິນທາງປັນຍາຂອງຕ່າງປະເທດ, ປັບປຸງບູລະນະອົງການເຮັດວຽກຊີ້ນຳ ແລະ ລະບຽບການປະຕິບັດງານໃນການແກ້ໄຂຄວາມຂັດແຍ້ງດ້ານຊັບສິນທາງປັນຍາລະຫວ່າງປະເທດ ເພື່ອໃຫ້ການຊີ້ນຳກ່ຽວກັບການຮັບມື ແລະ ຊ່ວຍເຫຼືອປົກປ້ອງສິດໃນການແກ້ໄຂຄວາມຂັດແຍ້ງກັນ.

ສອງ, ເພີ່ມທະວີການສ້າງຄວາມສາມາດຂອງວິສາຫະກິດ. ຮຽກຮອງໃຫ້ວິສາຫະກິດຕ່າງໆເພີ່ມທະວີການສ້າງຈິດສຳນຶກໃນຫຼັກນິຕິທຳ, ສ້າງ ແລະ ປັບປຸງບູລະນະລະບຽບການພາຍໃນວິສາຫະກິດຂອງຕົນ, ຕັ້ງໜ້າຮັກສາສິດ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນ.

ສາມ, ສ້າງຄວາມເປັນລະບຽບແບບແຜນຕໍ່ການສືບສວນຫຼັກຖານຂອງພາຍນອກ.

ສີ່, ຕອບໂຕ້ຕໍ່ການກະທຳທີ່ບໍ່ເປັນທຳ.