ຫຼັງຈາກລັດຖະບານຈີນ ໄດ້ເຜີຍແຜ່ຂໍ້ມູນເສດຖະກິດສຳລັບ 2 ເດືອນທຳອິດຂອງປີນີ້ ໃນວັນທີ 17 ມີນານີ້, ສື່ມວນຊົນຕ່າງປະເທດ ເຊັ່ນ: ໜັງສືພິມວໍສະຕຣິດ ແລະ ສື່ຈາກສໍານັກອື່ນໆ ເຫັນວ່າ, ໃນຂົງເຂດການບໍລິໂພກ, ການຜະລິດອຸດສາຫະກຳ ແລະຂົງເຂດອື່ນໆຂອງຈີນ ໄດ້ສະແດງໃຫ້ເຫັນ “ຄວາມເຂັ້ມແຂງຢ່າງໜ້າງຶດງໍ້”.
ໃນ 2 ເດືອນທຳອິດຂອງປີນີ້, ຕົວຊີ້ວັດສຳຄັນດ້ານເສດຖະກິດຂອງຈີນສ່ວນຫຼາຍມີຈັງຫວະເພີ່ມຂຶ້ນໄວກວ່າຕະຫຼອດປີ 2024. ເມື່ອເບິ່ງໂດຍລວມແລ້ວເຫັນວ່າ ຍັງຮັກສາໄດ້ທ່າອ່ຽງທີ່ດີຂຶ້ນນັບແຕ່ໄຕມາດທີ 4 ຂອງປີ 2024 ເປັນຕົ້ນມາ ເຊິ່ງສາມາດຮັກສາຄວາມໝັ້ນທ່ຽງໂດຍລວມ. ບົນພື້ນຖານດັ່ງກ່າວ, ເສດຖະກິດຈີນຍັງໄດ້ຂະຫຍາຍຕົວໄປໃນທິດທາງໃໝ່ທີ່ດີຂຶ້ນ. ຂໍ້ມູນເສດຖະກິດໃນ 2 ເດືອນທຳອິດຂອງປີນີ້ໄດ້ບັນລຸຜົນເປັນຈິງ ພາຍໃຕ້ເງື່ອນໄຂທີ່ມີຜົນກະທົບຈາກທາງນອກໜັກໜ່ວງຂຶ້ນ ແລະ ຕົວເລກພື້ນຖານໃນໄລຍະດຽວກັນຂອງປີກາຍອ່າວສູງ ຈຶ່ງຖືວ່າເປັນເລື່ອງບໍ່ງ່າຍທີ່ຈະສາມາດຍາດຜົນງານພົ້ນເດັ່ນຄືແນວນີ້ມາໄດ້. ຜົນງານດັ່ງກ່າວ ບໍ່ພຽງແຕ່ໄດ້ສ້າງພື້ນຖານອ່າວດີໃຫ້ແກ່ເສດຖະກິດໃນໄຕມາດທີ 1 ຂອງປີນີ້ ເທົ່ານັ້ນ, ແຕ່ຍັງໄດ້ເປັນການເລີ່ມຕົ້ນທີ່ດີສຳລັບການພັດທະນາເສດຖະກິດໃນຕະຫຼອດປີ.
ຍ້ອນສະພາບແນວນີ້, ຫວ່າງມໍ່ໆມານີ້, ສື່ມວນຊົນຕ່າງປະເທດໄດ້ພາກັນຕີລາຄາຢ່າງຕັ້ງໜ້າຕໍ່ເສດຖະກິດຈີນ. ໜັງສືພິມ Financial Times ຂອງອັງກິດລາຍງານວ່າ, ນັກລົງທຶນຕ່າງປະເທດພວມຮັບຮູ້ກ່ຽວກັບຈີນຂຶ້ນຕື່ມອີກ ແລະ ເຫັນວ່າຈີນ ສາມາດນຳເອົາ “ການປະດິດສ້າງໃໝ່ ແລະ ໂອກາດ” ອັນໃຫຍ່ຫຼວງມາໃຫ້ຂົງເຂດພິເສດ.
ການເປີດປະຕູສູ່ພາຍນອກຂອງຕະຫຼາດຈີນ ຍິ່ງເຮັດໃຫ້ວິສາຫະກິດຕ່າງປະເທດມີຄວາມໝັ້ນໃຈຕໍ່ການສືບຕໍ່ພັດທະນາທຸລະກິດໃນໄລຍະຍາວຢູ່ຈີນ. ນັບຕັ້ງ ແຕ່ການເຜີຍແຜ່ “ແຜນການດຳເນີນງານເພື່ອຮັກສາຄວາມໝັ້ນທ່ຽງຂອງທຶນຕ່າງປະເທດ ປີ 2025” ໃນເດືອນກຸມພາຜ່ານມາ, ຈົນຮອດກອງປະຊຸມສອງສະພາທົ່ວປະເທດຈີນທີ່ໄດ້ສົ່ງສັນຍານຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ນັກລົງທຶນຕ່າງປະເທດມີໂອກາດດ້ານການຕະຫຼາດຫຼາຍຂຶ້ນ, ມີຮູບແບບການລົງທຶນເພີ່ມຂຶ້ນ, ການດຳເນີນທຸລະກິດກໍສະດວກສະບາຍຂຶ້ນກວ່າເກົ່າ. ຄຽງຄູ່ກັບນະໂຍບາຍທີ່ມີຢູ່ແລ້ວ ແລະ ນະໂຍບາຍໃໝ່ທີ່ວາງອອກ ໄດ້ເກີດມີປະສິດທິຜົນຢ່າງຕໍ່ເນື່ອງ, ເສດຖະກິດຈີນມີເງື່ອນໄຂທີ່ກ້າວໜ້າພາຍໃຕ້ຄວາມໝັ້ນທ່ຽງ ແລະ ສືບຕໍ່ກ້າວໄປໃນທິດທາງໃໝ່. ໃນຂະບວນການນີ້, ວິສາຫະກິດຈາກຕ່າງປະເທດ ຈະຄົ້ນພົບໂອກາດໃໝ່ຢ່າງບໍ່ຢຸດຢັ້ງ.